ທ່ານ ປູຕິນ ຕ້ອນຮັບທ່ານ ອັນວາ ຢ້ຽມຢາມຣັດເຊຍ ຫາລືທະວີພາຄີ ຫວັງຮັດແໜ້ນການພົວພັນກັບອາຊຽນ

- 333 1 - ທ່ານ ປູຕິນ ຕ້ອນຮັບທ່ານ ອັນວາ ຢ້ຽມຢາມຣັດເຊຍ ຫາລືທະວີພາຄີ ຫວັງຮັດແໜ້ນການພົວພັນກັບອາຊຽນ
- kitchen vibe - ທ່ານ ປູຕິນ ຕ້ອນຮັບທ່ານ ອັນວາ ຢ້ຽມຢາມຣັດເຊຍ ຫາລືທະວີພາຄີ ຫວັງຮັດແໜ້ນການພົວພັນກັບອາຊຽນ

         ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ຂອງມາເລເຊຍ ພົບປະຫາລືກັບປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ຢູ່ທໍານຽມເກຣມລິນ ນະຄອນຫລວງມົດສະກູ ໃນວັນທີ 14 ພຶດສະພາ ໃນການຢ້ຽມຢາມຣັດເຊຍຢ່າງເປັນທາງການລະຫວ່າງວັນທີ 13-16 ພຶດສະພາ.

         ໂດຍທ່ານ ປູຕິນ ກ່າວວ່າ: ທ່ານ ແລະ ທ່ານ ອັນວາ ໄດ້ເຈລະຈາກັນໃນຫລາຍບັນຫາທະວີພາຄີ ລວມທັງບັນຫາສາກົນ ແລະ ແຜນສົ່ງເສີມການຮ່ວມມືລະຫວ່າງ ຣັດເຊຍ ແລະ ມາເລເຊຍ.

- Visit Laos Visit SALANA BOUTIQUE HOTEL - ທ່ານ ປູຕິນ ຕ້ອນຮັບທ່ານ ອັນວາ ຢ້ຽມຢາມຣັດເຊຍ ຫາລືທະວີພາຄີ ຫວັງຮັດແໜ້ນການພົວພັນກັບອາຊຽນ

         ຂະນະທີ່ທ່ານເນັ້ນເຖິງການສົ່ງເສີມການພົວພັນລະຫວ່າງສອງປະເທດ ແລະ ກ່າວວ່າ: ມົດສະກູຄາດຫວັງຈະຮັດແໜ້ນການພົວພັນກັບອາຊຽນໃຫ້ແໜ້ນແຟ້ນຍິ່ງຂຶ້ນໃນໄລຍະທີ່ມາເລເຊຍຍັງດໍາລົງຕໍາແໜ່ງປະທານອາຊຽນໃນປີນີ້.

        ສ່ວນທ່ານ ອັນວາ ໄດ້ເຊີນທ່ານ ປູຕິນ ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ (East Asia Summit) ເຊິ່ງເປັນສ່ວນໜຶ່ງຂອງກອງປະຊຸມສຸດຍອດອາຊຽນ ທີ່ຈະມີຂຶ້ນຢູ່ມາເລເຊຍໃນທ້າຍປີນີ້ ໂດຍຊີ້ວ່າການເຂົ້າຮ່ວມປະຊຸມຂອງຣັດເຊຍ ຈະເປັນບາດກ້າວສໍາຄັນໃນການພັດທະນາການພົວພັນລະຫວ່າງ ຣັດເຊຍ ແລະ ມາເລເຊຍ ລວມທັງພາກພື້ນອາຊີຕາເວັນອອກນໍາອີກ.

ອ້າງອີງ:

- 5 - ທ່ານ ປູຕິນ ຕ້ອນຮັບທ່ານ ອັນວາ ຢ້ຽມຢາມຣັດເຊຍ ຫາລືທະວີພາຄີ ຫວັງຮັດແໜ້ນການພົວພັນກັບອາຊຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!