ລູກທໍລະພີ! ຫາກໍອອກຈາກຄຸກໄດ້ບໍພໍເດືອນ ຫຼອນຢາບ້າເອົາມີດແທງແມ່ເສຍຊີວິດ ພໍ່ສາຫັດ

ໜັງສືພິມຄວາມສະຫງົບລາຍງານວ່າ: ວັນທີ 14 ພຶດສະພາ 2025 ເກີດເຫດເຫດຄາດຕະກຳ ຢູ່ສວນມັນ ບ້ານຂະເໝົາ ເມືອງວາປີ ແຂວງສາລະວັນ ມີຜູ້ເສຍຊີວິດ 1 ຄົນ ຊື່ນາງ ສາຍ ອາຍຸ 55 ປີ ແລະ ບາດເຈັບສາຫັດ 1 ຄົນ ທ້າວຝ່າຍ ອາຍຸ 56 ປີ. ຜູ້ກໍ່ເຫດຊື່ທ້າວໂກມອາຍຸ 35 ປີ ເປັນລູກຊາຍຂອງຜູ້ເສຍຊີວິດ ແລະ ບາດເຈັບ.
ລູກສາວຂອງຜູ້ເສຍຊີວິດ ເລົ່າວ່າ: ເວລາປະມານ 23:00 ໂມງ ວັນທີ 14 ພຶດສະພາ 2025 ທ້າວ ໂກມ ຍ່າງໄປໄຮ່ ມີຈະພາຜູ້ກ່ຽວໄປອາບນໍ້າ. ແຕ່ຜູ້ກ່ຽວໄດ້ຈົກເອົາມີດຢູ່ໃນແອວແທງໃສ່ພໍ່ 10 ບາດ ຜູ້ເປັນແມ່ ໄດ້ແລ່ນເຂົ້າໄປຊ່ວຍພໍ່ ແຕ່ຖືກແທງ 10 ກວ່າບາເຊັ່ນກັນຈົນລົ້ມລົງ. ຕົນກັບຜົວຈຶ່ງເອົາໄມ້ຄ້ອ ຟາດໃສ່ງ່ອນຂອງທ້າວໂກມ 1 ບາດ ແລ້ວພາກັນແລ່ນໜີ ສ່ວນພໍ່ແລ່ນໄປຫານ້າບ່າວ ແລະ ສາມາດ ໄປສົ່ງຢູ່ໂຮງໝໍໄດ້ທັນ.
ທ້າວ ໂກມ ໄດ້ມົ້ວສຸມຢາເສບຕິດ ແລະ ເຄີຍເຂົ້າດັດສ້າງຢູ່ຄ້າຍຄຸມຂັງ 3 ປີ 4 ເດືອນ ແລະ ຜູ້ກ່ຽວໄດ້ອອກຈາກຄ້າຍຄຸມຂັງ-ດັດສ້າງນາໄຊ ໃນໄລຍະເດືອນ ເມສາ 2025.
ປັດຈຸບັນ ເຈົ້າໜ້າທີ່ວິຊາສະເພາະໄດ້ກັກຕົວ ທ້າວ ໂກມ ພ້ອມຂອງກາງ ມີດ 1 ດວງ ມາສອບສອນ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.
ທີ່ມາ: ໜັງສືພິມ ຄວາມສະຫງົບ