ອາເມລິກາເຜີຍທົ່ວໂລກມີຜູ້ເສຍຊີວິດຈາກ ໄຂ້ຫວັດຕາມລະດູການຫລາຍກວ່າ ຄາດຄະເນໄວ້
ເຈົ້າໜ້າທີ່ສາທາລະນະສຸກອາເມລິກາ ກ່າວວ່າ: ທົ່ວໂລກມີຜູ້ເສຍຊີວິດສູງເຖິງ 646.000 ຄົນຈາກໄຂ້ຫວັດໃຫຍ່ຕາມລະດູການໃນແຕ່ລະປີ ເຊິ່ງຖືວ່າຫລາຍກວ່າທີ່ເຄີຍຕີລາຄາໄວ້ກ່ອນໜ້ານີ້.
ສູນຄວບຄຸມ ແລະ ປ້ອງກັນພະຍາດອາເມລິກາ (CDC) ລາຍງານໃນວາລະສານການແພດແລນເຊດ ພົບວ່າ: ອັດຕາຜູ້ເສຍຊີວິດຈາກໄຂ້ຫວັດໃຫຍ່ຕາມລະດູການມີທ່າອ່ຽງລະຫວ່າງ 291.000-646.000 ຄົນໃນແຕ່ລະປີ ຂຶ້ນຢູ່ກັບຄວາມຮຸນແຮງໄລຍະການລະບາດ ເຊິ່ງຕົວເລກດັ່ງກ່າວເພີ່ມຂຶ້ນຈາກທີ່ຄາດຄະເນໄວ້ວ່າຈະຢູ່ລະຫວ່າງ 250.000-500.000 ຄົນ. ເຖິງຢ່າງໃດກໍຕາມ CDC ບໍ່ໄດ້ລະບຸເຫດຜົນຕົວເລກເພີ່ມຂຶ້ນຈາກທີ່ຄາດຄະເນໄວ້ ໂດຍລາຍງານວ່າຄັ້ງນີ້ເປັນການເກັບຕົວຢ່າງຈາກຫລາກຫລາຍປະເທດກວ່າເກົ່າ. ນັກວິໄຈກ່າວວ່າ: ອັດຕາການເສຍຊີວິດຈາກໄຂ້ຫວັດໃຫຍ່ໃນເຂດເມດິເຕລາເນຕາເວັນອອກ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ຫລຸດລົງເລັກໜ້ອຍ, ແຕ່ຍັງມີອັດຕາສູງໃນກຸ່ມຜູ້ເສຍຊີວິດຈາກພະຍາດລະບົບທາງເດີນຫາຍໃຈທີ່ມາຈາກໄຂ້ຫວັດໃຫຍ່.