ຕະຫຼາດທຶນລາວຄຽງຄູ່ກັບຕະຫຼາດເງິນປະກອບສ່ວນສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ
ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ III ປະຈໍາປີ 2017 ໄດ້ຈັດຂຶ້ນໃນຕອນຂອງວັນທີ 14 ທັນວານີ້ ທີ່ທະນາຄານແຫ່ງ ສປປລາວ (ທຫລ) ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ ທັງເປັນປະທານ ຄຄຊ, ພ້ອມນີ້ ກໍມີທ່ານ ສົມພາວ ໄຟສິດ ຜູ້ວ່າການ ທຫລ, ຮອງປະທານ ຄຄຊ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳດ້ວຍ.
ໃນກອງປະຊຸມໃນ ທ່ານ ນາງ ສາຍສະໝອນ ຈັນທະຈັັກ ຫົວໜ້າສໍານັກງານ ຄຄຊ ໄດ້ລາຍງານການຈັດຕັ້ງປະຕິ ບັດມະຕິກອງປະຊຸມ ຄຄຊ ຄັ້ງທີ II ປີ 2017, ລາຍງານຄວາມຄືບໜ້າກ່ຽວກັບການເກັບກຳຂໍ້ມູນການສ້າງບັນ ຊີລາຍຊື່ເປົ້າໝາຍບໍລິສັດຈົດທະບຽນ ແລະ ໄດ້ນໍາສະເໜີບັນຫາຕ່າງໆ ເພື່ອໃຫ້ທີ່ປະຊຸມຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ (ຮ່າງ) ຂໍ້ຕົກລົງວ່າດ້ວຍການກຳນົດລາຄາຮຸ້ນຂອງບໍລິສັດທີ່ມີຈຸດປະສົງອອກຈຳໜ່າຍຮຸ້ນ; (ຮ່າງ)ຂໍ້ຕົກລົງວ່າດ້ວຍຕົວແທນຜູ້ຖືຮຸ້ນກູ້; ລາຍງານຄວາມຄືບໜ້າກ່ຽວກັບ ການເຮັດວຽກຮ່ວມກັບຕະຫຼາດຫຼັກຊັບ ສ.ເກົາຫລີໃນການພັດທະນາຕະຫຼາດທຶນລາວ;ລາຍງານຄວາມຄືບໜ້າການກະກຽມ ສະໝັກເຂົ້າເປັນສະມາຊິກຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ (IOSCO); ແລະ ອື່ນໆ.
ໃນໂອກາດນີ້ທ່ານຮອງນາຍົກລັດຖະມົນຕີ, ໄດ້ແນະນຳວ່າ: ໃນຜ່ານມາຕະຫຼາດທຶນລາວ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ລາວ ໃຫ້ມີຄວາມໝັ້ນທ່ຽງ ແລະ ມີສະຖຽນລະພາບໄປຄຽງຄູ່ກັບຕະຫຼາດເງິນ; ສະນັ້ນລັດຖະບານ ຈຶ່ງໄດ້ເອົາໃຈໃສ່ໃນການພັດທະນາຕະຫຼາດທຶນ ໂດຍສະເພາະຄະນະ ຄຄຊ ກໍໄດ້ມີການປຶກສາຫາລືກັນຢ່າງເປັນປົກກະຕິ.
ແຕ່ເຖິງຢ່າງໃດກໍ່ຕາມ ຜ່ານການເຄື່ອນໄຫວຕົວຈິງເຫັນວ່າຕະຫຼາດທຶນ ຍັງບໍ່ທັນພົ້ນເດັ່ນເທົ່າທີ່ຄວນ ເປັນຕົ້ນ ຈຳນວນຜະລິດຕະພັນຍັງຈຳກັດ, ມູນຄ່າ ແລະ ປະລິມານການຊື້-ຂາຍຍັງບໍ່ສູງເທົ່າທີ່ຄວນ ແລະ ເພື່ອສືບຕໍ່ພັດທະນາຕະຫຼາດ ທຶນໃຫ້ມີຄວາມເຂັ້ມເເຂງ ແລະ ມີປະສິດທິພາບຂຶ້ນກວ່າເກົ່າ, ຈົ່ງພ້ອມກັນຮີບຮ້ອນປະສານສົມທົບ ແລະ ຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມໃຫ້ເປັນໜ້າວຽກລະອຽດ ແລະ ຈັດຕັ້ງເຊື່ອມຊຶມໃຫ້ເປັນເອກະພາບກັນ; ຈັດຕັ້ງປະຕິ ບັດຕາມເນື້ອໃນຈິດໃຈດັ່ງກ່າວໃຫ້ເປັນຮູບປະທໍາດ້ວຍຈິດໃຈເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ, ມີການຕິດຕາມກວດກາ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແຕ່ລະໄລຍະໃຫ້ມີປະສິດທິຜົນສູງ. # ຂ່າວ-ພາບ: ຣັດສະໝີ ດວງສັດຈະ