ກະຊວງ ຜທ ຈັດແຂ່ງຂັນກິລາຊິງຂັນຄະນະພັກກະຊວງ

- 25394258 706632952880614 653769757 n - ກະຊວງ ຜທ ຈັດແຂ່ງຂັນກິລາຊິງຂັນຄະນະພັກກະຊວງ
- kitchen vibe - ກະຊວງ ຜທ ຈັດແຂ່ງຂັນກິລາຊິງຂັນຄະນະພັກກະຊວງ

ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ເປີດການແຂ່ງຂັນກິລາບານເຕະຊີງຂັນຄະນະບໍລິຫານງານພັກກະຊວງ ຜທ ຂຶ້ນໃນວັນທີ 13 ທັນວາ 2017 ທີ່ເດີ່ນກິລາກຸດໄລ ນະຄອນຫລວງວຽງຈັນ ໂດຍມີທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຕາງໜ້າຈາກກົມ, ພະແນກການ ແລະ ນັກກິລາເຂົ້າຮ່ວມ.

ທ່ານ ຄຳລຽນ ພົນເສນາ ໄດ້ກ່າວໃນພິທີເປີດການແຂ່ງຂັນວ່າ: ການຈັດງານກິລາທົ່ວກະຊວງ ຜທ ຄັ້ງນີ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນສຳຄັນຕ່າງໆຂອງຊາດ ​ໂດຍສະເພາະວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 97 ປີ ໃຫ້ມີບັນຍາກາດຟົດຟື້ນເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຍິ່ງຂຶ້ນ ພ້ອມທັງເປັນການສົ່ງເສີມສຸຂະພາບກຽມພ້ອມຮັບໃຊ້ພາລະກິດການພັດທະນາປະເທດຊາດ.

- Visit Laos Visit SALANA BOUTIQUE HOTEL - ກະຊວງ ຜທ ຈັດແຂ່ງຂັນກິລາຊິງຂັນຄະນະພັກກະຊວງ

ສຳລັບທີມນັກກິລາຊາຍເຂົ້າຮ່ວມແຂ່ງຂັນທັງໝົດ 11 ທີມ ໂດຍແບ່ງອອກເປັນສາຍ A ເຊິ່ງປະກອບມີ ກົມປະເມີນຜົນ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເສດຖະກິດ, ຫ້ອງການຮ່ວມມືລາວ-ຈີນ, ຫ້ອງການ+ສູນຝຶກອົບຮົມ, ຫ້ອງການຮ່ວມມືລາວຫວຽດ+ກົມກວດກາ; ສ່ວນສາຍ B ປະກອບມີ: ກົມສົ່ງເສີມການລົງທຶນ, ກົມແຜນການ, ກົມຈັດຕັ້ງ ແລະ ພະນັກງານ, ສູນຄົ້ນຄວ້ານະໂຍບາຍການພັດທະນາ, ສູນສະຖິຕິແຫ່ງຊາດ, ກົມຮ່ວມມືສາກົນ, ຂະນະທີ່​ບານ​ເຕະຍິງປະກອບມີ 9 ທີມເຂົ້າຮ່ວມຄື: ຫ້ອງການເຂດເສດຖະກິດພິເສດ, ກົມຮ່ວມມືສາກົນ, ກົມປະເມີນຜົນ, ກົມຈັດຕັ້ງ+ກົມກວດກາ+ສູນຄົ້ນຄວ້າ, ກົມແຜນການ, ສູນສະຖິຕິແຫ່ງຊາດ, ຫ້ອງການ+ສູນຝຶກ, ກົມສົ່ງເສີມການລົງທຶນ, ຫ້ອງການຮ່ວມມືລາວ-ຫວຽດ+ຫ້ອງການຮ່ວມມືລາວ-ຈີນ. ສ່ວນຮູບແບບການແຂ່ງຂັນແມ່ນແຂ່ງຂັນສະສົມຄະແນນເພື່ອຄັດເລືອກເອົາທີມທີ່ມີຄະແນນສູງສຸດເຂົ້າໄປຊີງຊະນະເລີດໃນຮອບສຸດທ້າຍຂອງສາຍ ເຊິ່ງຈະດໍາເນີນຈົນຮອດວັນທີ 19 ທັນວາ 2017.

- 4 - ກະຊວງ ຜທ ຈັດແຂ່ງຂັນກິລາຊິງຂັນຄະນະພັກກະຊວງ
- 5 - ກະຊວງ ຜທ ຈັດແຂ່ງຂັນກິລາຊິງຂັນຄະນະພັກກະຊວງ
- 3 - ກະຊວງ ຜທ ຈັດແຂ່ງຂັນກິລາຊິງຂັນຄະນະພັກກະຊວງ