ພາກສ່ວນກ່ຽວຂ້ອງເບິ່ງຄືນເລື່ອງປ້າຍ
ສະບາຍດີ, ເພື່ອນຜູ້ອ່ານທີ່ ຮັກແພງ, ຫລາຍຄົນກໍຈະເຫັນຄື ກັນເລື່ອງປ້າຍຕ່າງໆ, ນັບທັງ ປ້າຍຫ້າງຮ້ານ, ປ້າຍໂຄສະນາ ແລະ ການຊີ້ບອກຕ່າງໆຢູ່ ຫລາຍ ທ້ອງຖິ່ນໃນປະເທດເຮົາຂ້ອນ ຂ້າງສັບສົນ,ເອົາແຕ່ຜູ້ຈະອອກ ອະນຸຍາດ, ບາງປ້າຍບໍ່ມີຮອດຕົວ ອັກສອນລາວ ຫລື ຖ້າມີກໍຂຽນ ໄປແຕ້ມໄປແບບບໍ່ຖືກຕ້ອງຕາມ ຫລັກໄວຍະກອນລາວແຕ່ປະ ການໃດ ຫລື ບາງປ້າຍກໍ່ຕັ້ງແມ່ນ ກະໂຕຜູ້ເປັນເຈົ້າຂອງຮ້ານ, ເຈົ້າ ຂອງໂຄງການເຮັດຂຶ້ນໂດຍບໍ່ ມີການກວດກາໃດໆ ຈາກຂະ ແໜງກ່ຽວຂ້ອງແລ້ວກໍຂຶ້ນຕິດ ເຕັມໄປຕາມຖະໜົນຫົນທາງຄືຢູ່ ນະຄອນຫລວງວຽຈັນພໍຄ່ຳມາ ແສງໄຟກໍເລີ່ມເຫລື່ອມຍິບໆຍັບໆ ເບິ່ງຈົນບໍ່ຄືຢູ່ເມືອງລາວ, ເພາະ ບັນດາແສງໄຟເລົ່ານັ້ນໄດ້ສ່ອງໃສ່ ປ້າຍໂຄສະນາຕ່າງໆທີ່ບໍ່ແມ່ນພາສາລາວເລີຍ.
ສິ່ງນີ້ເກີດຂຶ້ນຮ້າຍ ແຮງແມ່ນພາຍຫລັງກະຊວງຖະ ແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ມອບການຄຸ້ມຄອງ ເລື່ອງລະບຽບປ້າຍໃຫ້ຂັ້ນພື້ນ ຖານເປັນຜູ້ຄຸ້ມຄອງ ແລະ ອອກ ອະນຸຍາດຕາມທິດ 3 ສ້າງເປັນ ຕົ້ນມາ ແລະ ສະພາບດັ່ງກ່າວນີ້ ນັບມື້ຍິ່ງຮ້າຍແຮງກໍດັ່ງໜັງສື ພິມລາວພັດທະນາໄດ້ລົງເຟດບຸກ ຂອງຕົນເພື່ອສ່ອງແສງໃຫ້ເຫັນ ປ້າຍຊີ້ບອກທາງແຫ່ງໜຶ່ງທີ່ຂຽນ ພາສາລາວບໍ່ຖືກ ແລະ ໃນຂະນະ ນັ້ນກໍມີເພື່ອນຜູ້ອ່ານມີຄຳເຫັນ ມາ ນັບຫລາຍຮ້ອຍຄົນ, ລ້ວນແລ້ວ ແຕ່ສ່ອງແສງເຖິງຄວາມຖືເບົາ ແລະ ການຂາດຄວາມກວດກາ ຄຸ້ມຄອງທີ່ດີຂອງພາກສ່ວນກ່ຽວ ຂ້ອງ ແລະ ພ້ອມນັ້ນກໍຂໍຮຽກຮ້ອງ ໃຫ້ມີຄວາມຈິງຈັງໃນເລື່ອງ ກວດ ກາຄຸ້ມຄອງໃຫ້ດີເພື່ອບໍ່ຢາກໃຫ້ ປ້າຍໂຄສະນາຕ່າງໆເລົ່ານັ້ນ ເຂົ້າ ມາກືນກິນວັດທະນະທຳເຮົາ.