ນະຄອນຫລວງໃຊ້ງົບ 6 ຕື້ເຂົ້າສ້ອມແປງເສັ້ນທາງໃນຕົວເມືອງ


ຫົວໜ້າຂະແໜງຄຸ້ມຄອງຂົນສົ່ງທາງບົກພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນ ຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບງົບປະມານ ຈາກ ລັດຖະບານໃນວົງເງິນ 6 ຕື້ ກວ່າກີບເພື່ອນໍາໃຊ້ເຂົ້າໃນການ ປັບປຸງສ້ອມແປງເສັ້ນທາງໃນຕົວເມືອງທີ່ຊຸດໂຊມເປ່ເພໃຫ້ ສະພາບດີຂຶ້ນ ແລະ ມາຮອດປັດຈຸບັນ,


+ ໂຄລາວສົມທົບທຶນສ້ອມແປງທາງເຂົ້າກອງຄຸ້ມຄອງພາຫະນະ
+ 10 ເດືອນດ່ານສາກົນລະໄລເກັບລາຍຮັບເຂົ້າງົບປະມານລື່ນແຜນການທົບເທົ່າ
ຂະແໜງການດັ່ງ ກ່າວໄດ້ຈັດສັນງົບປະມານ ເຂົ້າ ໃນການຈັດຕັ້ງປະຕິບັດວຽກງານສ້ອມແປງຕ່າງໆຢ່າງມີ ປະສິດທິຜົນຄື: ການຕາບຂຸມ, ແຕ້ມເສັ້ນຈະລາຈອນ, ເປີດມຸມລ້ຽວບາງຈຸດໃຫ້ກວ້າງ ຂຶ້ນ, ກໍ່ສ້າງດອນກາງທາງ- ວົງວຽນ, ຕິດຕັ້ງປ້າຍສະທ້ອນ ແສງ ແລະ ອື່ນໆໄດ້ທັງໝົດ 13 ເສັ້ນ ແລະ ຈະໃຫ້ສຳເລັດ 100% ໃນປີນີ້ເພື່ອແນໃສ່ ເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນມີ ຄວາມສະດວກ, ທັງສາມາດ ຫລຸດຜ່ອນ ການຈະລາຈອນ ແອອັດ ແລະ ຫລຸດບັນຫາການ ເກີດອຸປະຕິເຫດ ແລະ ອັນສໍາ ຄັນແມ່ນເຮັດໃຫ້ການສັນຈອນໄປມາໃນປີທ່ອງທ່ຽວ ລາວ 2018 ມີຄວາມເປັນລະບຽບ ແລະ ສະດວກປອດໄພ.

