ອາເມລິກາແຈ້ງໜ່ວຍຂ່າວລັບຣັດເຊຍ ຊ່ວຍສະກັດກັ້ນເຫດລະເບີດ ຢູ່ເຊນປີເຕີສເບິກ
ອາເມລິກາ ແລະ ຣັດເຊຍເປີດເຜີຍກົງກັນວ່າ: ອາເມລິກາໄດ້ແຈ້ງຂ່າວລັບໃຫ້ຣັດເຊຍ ເຮັດໃຫ້ສາມາດສະກັດແຜນການວາງລະເບີດຢູ່ນະຄອນເຊນປີເຕີສເບິກ ເມືອງໃຫຍ່ອັນດັບສອງຂອງຣັດເຊຍ.
ທຳນຽບປະທານາທິບໍດີຣັດເຊຍ ຖະແຫລງວ່າ: ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ໄດ້ໂທລະສັບເຖິງປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ໃນວັນທີ 17 ທັນວາ ຂອບໃຈເລື່ອງທາງການອາເມລິກາແຈ້ງເບາະແສຊ່ວຍໃຫ້ສາມາດສະກັດແຜນວາງລະເບີດຢູ່ວິຫານຄາຊານສກີ ໃນນະຄອນເຊນປີເຕີສເບິກ ເຊິ່ງເປັນແຫລ່ງທ່ອງທ່ຽວຍອດນິຍົມ ແລະ ອີກຫລາຍສະຖານທີ່ໃນເມືອງນີ້, ສ່ວນທຳນຽບຂາວອາເມລິກາບໍ່ໄດ້ໃຫ້ລາຍລະອຽດແຜນ ແຕ່ລະບຸວ່າ: ການກໍ່ການຮ້າຍອາດເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫລາຍ. ທຳນຽບປະທານາທິບໍດີທັງສອງແຫ່ງຖະແຫລງກົງກັນວ່າ: ການແຈ້ງເຕືອນດັ່ງກ່າວຊ່ວຍໃຫ້ເຈົ້າໜ້າທີ່ຈັບກຸມຜູ້ຕ້ອງສົງໄສໄດ້ກ່ອນລົງມືກໍ່ເຫດ. ຖືເປັນຄັ້ງທີ 2 ໃນຮອບອາທິດທີ່ຜູ້ນຳສອງປະເທດມະຫາອຳນາດສົນທະນາທາງໂທລະສັບ ພາຍຫລັງຫາກໍສົນທະນາກັນໃນວັນທີ 14 ທັນວາ ຄັ້ງນັ້ນຫາລືເລື່ອງ ສປປ ເກົາຫລີ.
ສື່ຣັດເຊຍລາຍງານໃນອາທິດກ່ອນວ່າ: ສຳນັກງານຄວາມໝັ້ນຄົງກາງໄດ້ຄວບຄຸມຕົວກຸ່ມລັດອິດສະລາມ (IS) ສອງຄົນ ທີ່ຈະລະເບີດຂ້າຕົວຕາຍຢູ່ວິຫານຄາຊານສກີໃນວັນທີ 16 ທັນວາ. ນະຄອນເຊນປີເຕີສເບິກເຄີຍຕົກເປັນເປົ້າໝາຍກໍ່ເຫດຂອງກຸ່ມຕິດອາວຸດ ດ້ວຍການວາງລະເບີດລົດໄຟໃຕ້ດິນໃນເດືອນເມສາ ມີຜູ້ເສຍຊີວິດ 14 ຄົນ ທາງການຣັດເຊຍຄວບຄຸມຕົວຜູ້ຕ້ອງສົງໄສຫລາຍຄົນທີ່ມາຈາກປະເທດໃນອາຊີກາງທີ່ເປັນອະດີດປະເທດບໍລິວານສະຫະພາບໂຊວຽດ.