ຍທຂ ແຂວງຫົວພັນ ຕິດຕາມສະພາບເສັ້ນທາງເປ່ເພໜັກ ຊຳເໜືອ-ພູເລົ້າ ຍ້ອນຜົນກະທົບຈາກຂົນສົ່ງ ແລະ ໃຊ້ງານດົນກວ່າ 25 ປີ


ວັນທີ 29 ພຶດສະພາ 2025 ທ່ານ ອຸ່ນໃຈ ສີແສງຈັນ ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ຕິດຕາມເບິ່ງສະພາບເສັ້ນທາງທີ່ເປ່ເພ ຈາກຊຳເໜືອ – ພູເລົ້າ ພົບວ່າ ເສັ້ນທາງ ຊຳເໜືອ-ພູເລົ້າ ແມ່ນເປ່ເພຫຼາຍພໍສົມຄວນ, ເສັ້ນທາງເປັນຂຸມນ້ອຍ-ຂຸມໃຫຍ່, ເວລາມີຝົນຕົກຈະເຮັດໃຫ້ທາງບາງບ່ອນມື່ນ ແລະ ເປື້ອນ ເຮັດໃຫ້ລົດໃຫຍ່, ລົດບັນທຸກໜັກບໍສາມາດເດີນທາງຜ່ານຈຸດດັ່ງກວ່າໄດ້ ແຕ່ລົດບັນທຸກນ້ອຍ ແລະ ລົດນ້ອຍແມ່ນສາມາດເດີນທາງໄດ້ເປັນປົກກະຕິ.


ນອກນີ້, ເສັ້ນທາງ ທາງເລກ 6 ເຊິ່ງເປັນເສັ້ນທາງສາຍຫລັກຂອງແຂວງ ອອກສູ່ບັນດາແຂວງ, ນະຄອນຫລວງ ແລະ ອອກສູ່ ສສ ຫວຽດນາມ ກຊຕົກຢູ່ໃນສະພາບເປ່ເພເຊັ່ນກັນ ເນື່ອງຈາກມີອາຍຸການໃຊ້ງານເປັນເວລາ 25 ປີແລ້ວ ແຕ່ບໍ່ໄດ້ຮັບການຟື້ນຟູໃຫຍ່ ຫລື ບຳລຸງຮັກສາຕາມຮອບວຽນຂອງເຕັກນິກ, ອີກອັນໜຶ່ງຍ້ອນສະພາບເສດຖະກິດປະເທດລາວ ໂດຍສະເພາະແມ່ນແຂວງຫົວພັນພົບຄວາມຫຍຸ້ງຍາກ ສ່ວນງົບປະມານທີ່ຈະມາສ້ອມແປງ-ຟື້ນຟູ ໃນແຕ່ລະປີກໍບໍ່ພຽງພໍກັບຄວາມຕ້ອງການຕົວຈິງຂອງໜ້າວຽກ, ແຕ່ການຂົນສົ່ງສິນຄ້າໃນແຕລະປີມີການເພີ່ມຂຶ້ນທາງດ້ານປະລິມານ, ຂະໜາດຂອງພາຫະນະກໍໃຫຍ່ ແລະ ຍາວຂຶ້ນ ເຊິ່ງບໍ່ແທດເໝາະ ກັບການອອກແບບໃນ 20 ກວ່າປີຫຼັງ (ລົດໃຫຍ່ສຸດທີ່ຮອງຮັບແມ່ນລົດ 10 ລໍ້), ແຕ່ປັດຈຸບັນລົດຍາວ (ລົດ22ລໍ້) ເມື່ອແລ່ນຜ່ານ ເຖິງວ່ານໍ້າໜັກບໍ່ເກີນ ແຕ່ຍ້ອນຄວາມຍາວຂອງລົດກໍ່ເຮັດໃຫ້ໜ້າທາງລຸດລອກ ແລະ ເປັນຂຸມ-ເປັນບໍ່ ເຊິ່ງເປັນສາເຫດຫລັກທີ່ເຮັດໃຫ້ເສັ້ນທາງເປ່ເພໄດ້ງ່າຍ.


ທິດທາງແກ້ໄຂຈະນຳໃຊ້ງົບປະມານທີ່ກະຊວງ ຍທຂ ອະນຸມັດສົກປີ 2025 ເຂົ້າໃນການບູລະນະຮັກສາເສັ້ນທາງຫຼວງແຫ່ງຊາດ 516 ກິໂລແມັດ ໃຫ້ມີປະສິດທິຜົນສູງສຸດ ແຕ່ເນື່ອງຈາກວ່າງົບດັ່ງກ່າວແມ່ນບໍ່ພຽງພໍກັບສະພາບຄວາມເສຍຫາຍຕົວຈິງ, ສະນັ້ນ ອາດຈະໄດ້ແຕ່ຖົມຂຸມໃຫຍ່, ຕາບຂຸມນ້ອຍ, ຖາງຫຍ້າແຄມທາງ ແລະ ອະນາໄມຮ່ອງລະບາຍນໍ້າ (ຄາດວ່າຈະໄດ້ ປະມູນໃນທ້າຍເດືອນນີ້).
ທີ່ມາ: ຂ່າວຫົວພັນ Houaphan News