ທິດຊີ້ນຳຂອງທ່ານນາຍົກ ຕໍ່ການກວດກາ ແລະ ຢຸດຖາວອນການຂຸດຄົ້ນແຮ່ຄຳຕົກຂ້ອນ


ວັນທີ 29 ພຶດສະພາ 2025 ຜ່ານມນີ້ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຈ້ງການ ທິດຊີ້ນຳຂອງທ່ານຍົກລັດຖະມົນຕີ ເຖິງພາກສ່ວນກ່ຽວຂ້ອງຕ່າງໆຄືດັ່ງນີ້:


1. ການກວດກາ ແລະ ແກ້ໄຂຂໍ້ຕົກລົງ, ສັນຍາ ທີ່ພົວພັນເຖິງແຮ່ຄໍາຕົກຂ້ອນ, ຂັ້ນໃດອະນຸມັດ ແລະ ເປັນຄູ່ສັນຍາ ແມ່ນຂັ້ນນັ້ນເປັນເຈົ້າການແກ້ໄຂ, ໂດຍໃຫ້ຂະແໜງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບ ຂະແໜງພະລັງ ງານ ແລະ ບໍ່ແຮ່, ການເງິນ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງ ດໍາເນີນແກ້ໄຂ ບັນຫາຕ່າງໆ ທີ່ເປັນຄວາມຮັບຜິດຊອບຂອງບໍລິສັດດັ່ງກ່າວ ໃຫ້ສໍາເລັດໂດຍໄວ; ເຊິ່ງວິທີການຈັດຕັ້ງປະຕິບັດ, ຂັ້ນໃດ ອະນຸມັດ ແມ່ນຂັ້ນນັ້ນເຊີນບໍລິສັດມາ ເພື່ອອະທິບາຍເຜີຍແຜ່ຄໍາສັ່ງ, ແຈ້ງການຕ່າງໆ ຂອງສູນກາງ; ແຈ້ງສິ້ນສຸດ ຫຼື ໂຈະ ໂຄງການຕາມແຕ່ລະກໍລະນີ; ສ້າງບົດບັນທຶກນໍາກັນ ໂດຍກໍານົດວຽກງານທີ່ແຕ່ລະຝ່າຍຈະຕ້ອງຈັດຕັ້ງປະຕິບັດຕໍ່ໄປ ຕໍ່ແຕ່ ລະບັນຫາ ຫຼື ແຕ່ລະກໍລະນີ ທັງມີການກໍານົດເວລາມື້ສໍາເລັດຢ່າງຊັດເຈນ; ສໍາລັບການແກ້ໄຂບັນຫາຕົວຈິງຂອງບໍລິສັດທີ່ ເປັນໂຄງການຂັ້ນສູນກາງອະນຸມັດ ແມ່ນໃຫ້ຂະແໜງການກ່ຽວຂ້ອງຂັ້ນສູນກາງ ສົມທົບແໜ້ນກັບອົງການປົກຄອງຂັ້ນ ທ້ອງຖິ່ນ ເພື່ອຮ່ວມກັນແກ້ໄຂຕົວຈິງໃຫ້ແທດກັບສະພາບຕົວຈິງ
2. ສໍາລັບບໍລິສັດຕ່າງໆທີ່ໄດ້ຮັບການກວດກາ ແລະ ສ້າງບົດບັນທຶກກັບຄະນະສະເພາະກິດຂັ້ນສູນກາງແລ້ວ, ແຕ່ຍັງ ສືບຕໍ່ເຄື່ອນໄຫວລັກລອບຂຸດຄົ້ນຄືນດ້ວຍຂໍ້ອ້າງຕ່າງໆ ຖືວ່າເປັນການລະເມີດລະບຽບກົດໝາຍ ຈຶ່ງໃຫ້ເຈົ້າໜ້າທີ່ຕຳຫຼວດ (ຂັ້ນສູນກາງ) ເປັນໃຈກາງສົມທົບກັບຂະແໜງການກ່ຽວຂ້ອງ ດໍາເນີນມາດຕະການຕ່າງໆ ຕາມກົດໝາຍກ່ຽວຂ້ອງຢ່າງ ເຂັ້ມງວດ;
3. ພາຍຫຼັງໄດ້ສໍາເລັດການເຜີຍແຜ່ຄໍາສັ່ງ 06/ນຍ ໃຫ້ທຸກພາກສ່ວນ, ທຸກຂັ້ນແລ້ວ ຫາກທ້ອງຖິ່ນໃດຍັງມີປະກົດ ການຂຸດຄົ້ນແຮ່ຄໍາຕົກຂ້ອນ ລວມທັງການລັກລອບຂຸດຄົ້ນແຮ່ທາດອື່ນໆ ດ້ວຍຮູບການຕ່າງໆ ແມ່ນມອບໃຫ້ຄະນະ ສະເພາະກິດຂັ້ນທ້ອງຖິ່ນເປັນເຈົ້າການແກ້ໄຂຕາມມາດຕະການຕ່າງໆ ຕໍ່ເປົ້າໝາຍທີ່ມີຄວາມຜິດ ລວມທັງຜູ້ປະກອບການ, ບຸກຄົນ, ພະນັກງານ-ນັກຮົບ ແລະ ປະຊາຊົນ ດ້ວຍຄວາມຮັບຜິດຊອບສູງ, ມີຄວາມເຂັ້ມງວດ, ເດັດຂາດ ແລະ ເຖິງຖອງ ແລ້ວລາຍງານຄະນະສະເພາະກິດຂັ້ນສູນກາງຮັບຊາບ ຢ່າງເປັນປົກກະຕິ;
4. ໃຫ້ແຕ່ລະທ້ອງຖິ່ນສືບຕໍ່ຫັນເອົາວຽກງານແກ້ໄຂປະກົດການຫຍໍ້ທໍ້ບາງດ້ານໃນຂົງເຂດເສດຖະກິດ-ສັງຄົມ ເວົ້າ ລວມ ແລະ ດ້ານແຮ່ທາດຕ່າງໆ ເວົ້າສະເພາະ ເຂົ້າໃນເນື້ອໃນແຂ່ງຂັນຮັກຊາດ ແລະ ພັດທະນາ ທັງໃຫ້ເປັນເນື້ອໃນສໍາຄັນຂອງພັກ, ວັນສໍາຄັນຂອງພັກ-ຂອງຊາດ ໃນປີ 2025-2026 ນີ້;
5. ໄລຍະຄະນະສະເພາະກິດແຕ່ລະຂັ້ນເຄື່ອນໄຫວປະຕິບັດວຽກງານ ຖ້າຫາກມີຜູ້ປະກອບການ ຫຼື ບຸກຄົນຍັງ ເຄື່ອນໄຫວລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນ-ແຮ່ທາດອື່ນໆ ໂດຍມີຂໍ້ອ້າງຕ່າງໆ ແລະ ທັງສ້າງບັນຫາດ້ວຍຮູບການຕ່າງໆ ໃຫ້ແກ່ຄະນະສະເພາະກິດກວດກາແຕ່ລະຂັ້ນ ທີ່ມີຂໍ້ມູນຫຼັກຖານຊັດເຈນ ແມ່ນໃຫ້ເຈົ້າໜ້າທີ່ຕຳຫຼວດ ຮຽກເຊີນພາກສ່ວນ ດັ່ງກ່າວມາກ່າວເຕືອນ, ສ້າງບົດບັນທຶກ, ຖ້າຫາກຍັງມີການທໍາຕື່ມອີກ ແມ່ນໃຫ້ປະຕິບັດມາດຕະການຕ່າງໆ ຕາມກົດ ໝາຍ;
6. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນ ກ່ຽວຂ້ອງ ຄົ້ນຄວ້າ ແລະ ກຳນົດມາດຖານ-ເຕັກນິກ ໃນການຂຸດຄົ້ນຫີນແຮ່-ຊາຍ ໃຫ້ຖືກຕ້ອງສອດຄ່ອງກັບສະພາບທີ່ຕັ້ງ ພູມສາດຂອງແຕ່ລະຟື້ນທີ່ ເພື່ອຈະເປັນບ່ອນອີງໃຫ້ຄະນະສະເພາະກິດແຕ່ລະຂັ້ນ ກວດກາ ແລະ ປະຕິບັດມາດຕະການຕໍ່ ບໍລິສັດ ຂຸດຄົ້ນຫີນແຮ່-ຊາຍ ທີ່ມີການສວຍໂອກາດຂຸດຄົ້ນແຮ່ຄໍາຕົກຂ້ອນ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ;
7. ສໍາລັບການນໍາເຂົ້າ ແລະ ວາງຈຳໜ່າຍຕະແກງຮ່ອນຕ່າງໆ ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງ ສົມທົບກັບຂະແໜງການກ່ຽວຂ້ອງ ຄົ້ນຄວ້າ ແລະ ກຳນົດລະບຽບການສະເພາະ ເພື່ອບໍ່ໃຫ້ພາກສ່ວນຕ່າງໆ ສືບຕໍ່ສວຍໃຊ້ ຊ່ອງວ່າງ ແລະ ໄປນໍາໃຊ້ບໍ່ຖືກເປົ້າໝາຍທີ່ໄດ້ກຳນົດໃນໃບອະນຸຍາດຂອງຂະແໜງການກ່ຽວຂ້ອງ, ຖ້າຫາກບຸກຄົນ ແລະ ນິຕິບຸກຄົນໃດມີການລະເມີດ ກໍໃຫ້ເຈົ້າໜ້າທີ່ຂອງຂະແໜງການກ່ຽວຂ້ອງ ດໍາເນີນແກ້ໄຂຕາມລະບຽບກົດໝາຍທີ່ໄດ້ ກໍານົດໄວ້;
8. ຜົນການເຄື່ອນໄຫວປະຕິບັດໜ້າທີ່ຂອງຄະນະສະເພາະກິດຢູ່ຂັ້ນສູນກາງແຕ່ລະຄັ້ງ ແລະ ຂໍ້ມູນທີ່ພົນລະເມືອງດີ ສະໜອງໃຫ້ຄະນະສະເພາະກິດຂັ້ນສູນກາງໃນບັນຫາປະກົດການຫຍໍ້ທໍ້ຂົງເຂດເສດຖະກິດ-ສັງຄົມ ຕ້ອງແຈ້ງໃຫ້ທ້ອງຖິ່ນ ກ່ຽວຂ້ອງຮັບຊາບ ເພື່ອໃຫ້ທ້ອງຖິ່ນດັ່ງກ່າວ ເປັນເຈົ້າການກວດກາ, ແກ້ໄຂ ດ້ວຍຄວາມຮັບຜິດຊອບສູງ ແລະ ມີ ຜົນສໍາເລັດເປັນຢ່າງດີ. ພ້ອມນີ້ ໃຫ້ພາກສ່ວນກ່ຽວຂ້ອງຂອງລັດມີການອອກຂ່າວຜ່ານສື່ຕ່າງໆ ຜົນການແກ້ໄຂບັນຫາ ຕ່າງໆທີ່ໄດ້ກ່າວມາຂ້າງເທິງ ເພື່ອໃຫ້ສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ມີສ່ວນຮ່ວມຢ່າງເປັນເຈົ້າການເຂົ້າໃນການແກ້ໄຂ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃນຂົງເຂດເສດຖະກິດ-ສັງຄົມ ຢູ່ປະເທດເຮົາ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

