ມຊ ຈະໃຊ້ແອັບ SLMS System ລົງທະບຽນສອບເສັງໃນສົກສຶກສາ 2025-2026

- 503688605 1165630912030904 7798605357933720602 n - ມຊ ຈະໃຊ້ແອັບ SLMS System ລົງທະບຽນສອບເສັງໃນສົກສຶກສາ 2025-2026
- kitchen vibe - ມຊ ຈະໃຊ້ແອັບ SLMS System ລົງທະບຽນສອບເສັງໃນສົກສຶກສາ 2025-2026

ວັນທີ 2 ມິຖຸນາ 2025 ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດການທົດລອງລະບົບການລົງທະບຽນສອບເສັງເຂົ້າ ມຊ ໂດຍເປັນໜື່ງຟັງຊັນຂອງແອັບພິເຄຊັນລະບົບການຮຽນ-ການສອນທັນສະໄໝ (SLMS System) ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການທົດລອງນຳໃຊ້ຟັງຊັນການລົງທະບຽນສອບເສັງເຂົ້າ ມຊ ໃນຄັ້ງນີ້ ເພື່ອທົດລອງນຳໃຊ້ລະບົບເໝືອນຈິງ ຜູ້ທີ່ສົນໃຈສະໝັກເຂົ້າຮຽນ ມຊ ສາມາດດາວໂຫລດແອັບ SLMS ໄດ້ທັງລະບົບ IOS ແລະ Android.
ສໍາລັບສະໝັກ:

  1. ຕ້ອງໄດ້ປ້ອນຂໍ້ມູນສ່ວນຕົວ
  2. ອັບໂຫລດເອກະສານຕິດຄັດປະກອບມີ: ບັດເຂົ້າຫ້ອງເສັງ ມ.7 (ສຳລັບຜູ້ທີ່ຈົບໃນສົກສຶກສານີ້) ຫລື ໃບປະກາດ ມ.7 (ສຳລັບຜູ້ທີ່ຈົບກ່ອນສົກສຶກສານີ້), ບັດປະຈຳຕົວ ຫລື ສຳມະໂນຄົວ ແລະ ຮູບຖ່າຍ 3×4
  3. ໃຫ້ກົດສໍາເລັດການລົງທະບຽນ ລະບົບຈະປະກົດເລກລະຫັດ 4 ໂຕຂຶ້ນມາ
  4. ໃຫ້ຜູ້ສະໝັກນຳເອົາເລກລະຫັດ 4 ໂຕເລກ ເຂົ້າໄປຊໍາລະເງິນຄ່າທຳນຽມສອບເສັງໂດຍຜ່ານແອັບ BECLone ຂອງທະນາຄານການຄ້າ
  5. ຫຼັງຈາກນັ້ນໃຫ້ມາຮັບເອົາບັດເຂົ້າຫ້ອງສອບເສັງຢູ່ທີ່ສະໂມສອນໃຫຍ່ ມຊ ໃນວັນເວລາທີ່ກຳນົດ.

ຜ່ານການນຳໃຊ້ລະບົບໃໝ່ເຫັນວ່າມີຄວາມສະດວກສະບາຍ ແລະເຂົ້າໃຈງ່າຍກວ່າ ພ້ອມທັງຫລຸດຂັ້ນຕອນ ແລະ ເວລາການລົງທະບຽນສະໝັກສອບເສັງ ເຊິ່ງຄາດວ່າຫາກປັບປຸງລະບົບສົມບູນແລ້ວຈະສາມາດເປີດໃຫ້ນຳໃຊ້ໃນສົກສຶກສາ 2025-2026 ນີ້.

ທີ່ມາ: ກະດານຂ່າວ ມຊ

- 5 - ມຊ ຈະໃຊ້ແອັບ SLMS System ລົງທະບຽນສອບເສັງໃນສົກສຶກສາ 2025-2026
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!