ລັດຖະບານລາວປະດັບຫລຽນກາມິດຕະພາບໃຫ້ທູດອົດສະຕຣາລີ

- Australia coin - ລັດຖະບານລາວປະດັບຫລຽນກາມິດຕະພາບໃຫ້ທູດອົດສະຕຣາລີ
- kitchen vibe - ລັດຖະບານລາວປະດັບຫລຽນກາມິດຕະພາບໃຫ້ທູດອົດສະຕຣາລີ

ໃນວັນທີ 18 ທັນວານີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ຈອນ ໂອເວັນ ວິນລຽມສ໌ (John Owen WILLIAMS) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງອົດສະຕຣາລີປະຈໍາລາວ ໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ ແລະ ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດໄດ້ຕາງໜ້າໃຫ້ລັດຖະບານລາວປະດັບຫລຽນກາມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດອົດສະຕຣາລີ ເພື່ອເປັນການຊົມເຊີຍ ແລະ ຍ້ອງຍໍສັນລະເສີນຕໍ່ຜົນງານໃນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍເປັນກ້າວໆ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງທ່ານເອກອັກຄະລັດຖະທູດອົດສະຕຣາລີ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການທູດຢ່າງຫ້າວຫັນໃນການຊຸກຍູ້ໃຫ້ການນໍາຂັ້ນຕ່າງໆຂອງລາວ ແລະ ອົດສະຕຣາລີ ໄດ້ແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນໃນໄລຍະຜ່ານມາ. ພິເສດປີ 2017 ນີ້ເປັນປີແຫ່ງການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ອົດສະຕຣາລີ ຄົບຮອບ 65 ປີ (15 ມັງກອນ 1952-15 ມັງກອນ 2017) ສອງປະເທດ ໄດ້ຮ່ວມກັນຈັດກິດຈະກໍາ ແລະ ການເຄື່ອນໄຫວຕ່າງໆ ເຊັ່ນ: ການແລກປ່ຽນຢ້ຽມຢາມສອງຝ່າຍ, ແລກປ່ຽນດ້ານວັດທະນະທໍາ, ການຈັດສໍາມະນາ ກ່ຽວກັບການພົວພັນຮ່ວມມືສອງຝ່າຍ, ງານວາງສະແດງສະແດງຮູບພາບ, ການແຂ່ງຂັນກິລາມິດຕະພາບ, ການຍ່າງເພື່ອການກຸສົນ ແລະ ງານລ້ຽງສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ. ນອກ​ນັ້ນ, ສອງ​ຝ່າຍ​ຍັງ​ໄດ້​ໃຫ້ການ​ສະຫນັບສະຫນູ​ນ​ເຊິ່ງກັນ ​ແລະ​ ກັນໃນເວທີພາກພື້ນ ແລະ ສາກົນ, ເຊິ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດທີ່ມີມາດົນນານແລ້ວນັ້ນໃຫ້ແໜ້ນແຟ້ນ ແລະ ມີຜົນສໍາເລັດສູງກວ່າເກົ່າ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນ: ພັດທະນາການສຶກສາ, ສົ່ງເສີມການຄ້າ-ການລົງທຶນ, ພັດທະນາຊົນນະບົດ ແລະ ການຊ່ວຍເຫລືອໃນການກະກຽມຄວາມພ້ອມທາງດ້ານບຸກຄະລາກອນໃຫ້ແກ່ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2016 ຜ່ານມາ, ເຊິ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ.

 

- 4 - ລັດຖະບານລາວປະດັບຫລຽນກາມິດຕະພາບໃຫ້ທູດອົດສະຕຣາລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!