ທາງລົດໄຟລາວ-ຈີນເຂດຫລວງນ້ຳທາເຈາະສຳເລັດແລ້ວກວ່າ 24%


ການຂຸດເຈາະອຸໂມງທາງລົດໄຟລາວ-ຈີນໃນບໍລິເວນ ຜ່ານແຂວງຫລວງນ້ຳທາ, ມາຮອດປັດຈຸບັນເຈາະສຳເລັດ ແລ້ວ 2.685 ກວ່າແມັດເທົ່າ ກັບ 24,76% ຂອງໄລຍະ ອຸມົງຍາວທັງໝົດ 10.845 ແມັດ. ສະເພາະເຂດ ແລວທາງ ລົດໄຟທີ່ຜ່ານແຂວງນໍ້າທາມີ ໄລຍະຍາວ 16 ກວ່າກິໂລແມັດ, ປະກອບມີ 2 ສະຖານີຄືສະ ຖານີບໍ່ເຕ່ນເປັນສະຖານີນ້ອຍ ສໍາລັບກວດຄົນເຂົ້າ- ອອກ ເມືອງ ແລະ ສະຖານີນາເຕີຍ ເປັນສະຖານີໃຫຍ່ສໍາລັບຄ່ຽນຖ່າຍສິນຄ້າ.
+ ຮອງນາຍົກ ບຸນທອງ ຈິດມະນີ ຢ້ຽມຢາມໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ແຂວງຫລວງພະບາງ
+ ຈີນປັບເພີ່ມຄວາມໄວລົດໄຟ ຄວາມໄວສູງແລ້ວ ຫຼັງເກີດອຸປະຕິເຫດເມື່ອ 6 ປີກ່ອນ
ຫົວໜ້າພະແນກໂຍທາ ທິການ ແລະ ຂົນສົ່ງ ແຂວງ ຫລວງນໍ້າທາ ໃຫ້ຮູ້ວ່າ: ປັດຈຸ ບັນບັນດາບໍລິສັດຜູ້ຮັບເໝົາ ໄດ້ເລັ່ງໃສ່ການຂຸດເຈາະ ອຸມົງດັ່ງກ່າວຢູ່ 3 ແຫ່ງຄືອຸ ໂມງມິດຕະພາບລາວ-ຈີນມີ ຄວາມຍາວ 2.425 ແມັດ, ອຸ ໂມງບໍ່ເຕ່ນມີຄວາມຍາວ 6.461 ແມັດ ແລະ ອຸໂມງ ຕີນຕົກມີ ຄວາມຍາວ 1.173 ແມັດ. ຂະນະດຽວ ກັນກໍໄດ້ ກໍ່ສ້າງຮາກຖານຂົວໃຫຍ່ ຈຳນວນ 7 ແຫ່ງໃນບໍລິເວນ ແຂວງ ຫລວງນ້ຳທາ ໃຫ້ສຳ ເລັດຕາມຄາດໝາຍແຜນ ການວາງໄວ້.