5 ບັນຫາການເງິນທີ່ອາດກະທົບກັບຊີວິດຄູ່

- 022012 2017 - 5 ບັນຫາການເງິນທີ່ອາດກະທົບກັບຊີວິດຄູ່
- kitchen vibe - 5 ບັນຫາການເງິນທີ່ອາດກະທົບກັບຊີວິດຄູ່
  1. ລືມຄິດເຖິງອະນາຄົດ : ໜຶ່ງໃນເລື່ອງທີ່ຄູ່ຮັກສ່ວນຫລາຍມັກຈະເຮັດຜິດພາດກັນກໍຄື ເບິ່ງແຕ່ຄວາມສຸກໃນໄລຍະສັ້ນໆ ເຊັ່ນ ຄູ່ຮັກທີ່ລົມກັນຕອນຍັງເປັນບ່າວສາວກໍມັກຈະໝົດເງິນໄປກັບການຫລິ້ນທ່ຽວຫາຄວາມສຸກໃສ່ໂຕແບບຊົ່ວຄາວ ໂດຍການອອກໄປທ່ຽວກັບໝູ່, ເດີນທາງໄປທ່ຽວກັນສອງຕໍ່ສອງຢູ່ບ່ອນໄກໆ ຫລື ຊື້ສິ່ງຂອງທີ່ຢາກໄດ້ໃຫ້ກັບໂຕເອງ ແລະ ຄົນຮັກ ເຊິ່ງເປັນເລື່ອງທີ່ຜູ້ຊ່ຽວຊານລ້ວນແຕ່ບອກເປັນສຽງດຽວກັນວ່າບໍ່ສະຫລາດ ເພາະວ່າສິ່ງເຫລົ່ານີ້ບໍ່ສາມາດນຳມາໃຊ້ສະໜັບສະໜູນຊີວິດຫລັງການແຕ່ງດອງໄດ້ເລີຍແມ່ນແຕ່ໜ້ອຍດຽວ ຄົງຈະດີກ່ວາຫາກເລືອກສິ່ງທີ່ເຮັດໃຫ້ພວກທ່ານມີຄວາມສຸກທັງໃນຕອນນີ້ ແລະ ອະນາຄົດ.
  2. ໃຊ້ຈ່າຍໃນການຈັດງານແຕ່ງດອງຫລາຍເກີນໄປ : ອາດຈະເປັນຍ້ອນງານແຕ່ງດອງມີເທື່ອດຽວ ຫລາຍຄົນຈຶ່ງຕັດສິນໃຈທຸ້ມເງິນຫລວງຫລາຍເພື່ອເຮັດໃຫ້ງານແຕ່ງດອງໃນຝັນກາຍເປັນຈິງ ເຊິ່ງຄວາມຈິງແລ້ວສິ່ງທີ່ຄວນເຮັດກໍຄື ເບິ່ງກຳລັງເງິນຂອງໂຕເອງກ່ອນ ແລະ ຈັດງານໂດຍໃຫ້ຢູ່ໃນງົບປະມານທີ່ວາງເອົາໄວ້ ບໍ່ກະທົບຄ່າໃຊ້ຈ່າຍໃນພາກສ່ວນອື່ນໆ ອີກທັງການຕັດສິນໃຈເລື່ອງງານແຕ່ງດອງຄວນເປັນເລື່ອງຂອງພວກທ່ານພຽງແຕ່ 2 ຄົນ ເພາະຫາກເຮັດຕາມຄວາມຕ້ອງການ ຫລື ຂໍ້ຮຽກຮ້ອງຂອງຄົນອື່ນໆຫລາຍເກີນໄປກໍເປັນເລື່ອງທີ່ຄູ່ຮັກສ່ວນຫລາຍມັກເຮັດພາດ.
  3. ໃຫ້ຄົນໃດຄົນໜຶ່ງເບິ່ງແຍງເລື່ອງເງິນພຽງຄົນດຽວ : ຫລາຍເລື່ອງທີ່ເກີດຂຶ້ນຫລັງຈາກແຕ່ງດອງໄລຍະທຳອິດ ເປັນສິ່ງທີ່ຄູ່ຮັກຄວນລົມກັນໃຫ້ແລ້ວກ່ອນການແຕ່ງດອງ, ແຕ່ຫລາຍເທື່ອທີ່ຄູ່ຮັກສ່ວນຫລາຍບໍ່ມັກເຮັດ ໂດຍທີ່ມັນເປັນເວລາທີ່ພວກທ່ານຄວນຈະທ້ອນເງິນ ແລະ ວາງແຜນສຳລັບອະນາຄົດໄດ້ແລ້ວ ອີກທັງຫລາຍຄົນຍັງໂຍນຄວາມຮັບຜິດຊອບເລື່ອງຄ່າໃຊ້ຈ່າຍຕ່າງໆໃຫ້ກັບຄົນໃດຄົນໜຶ່ງພຽງຄົນດຽວ. ໃນຂະນະທີ່ອີກຄົນບໍ່ເຄີຍຮູ້ເລີຍວ່າສະຖານະການເງິນຂອງຄອບຄົວໃນເວລານີ້ປ່ຽນໄປແນວໃດແລ້ວ.
  4. ມີລູກໂດຍບໍ່ວາງແຜນການເງິນລ່ວງໜ້າ : ຫລາຍເທື່ອທີ່ຄູ່ຮັກຂັດແຍ່ງກັນຍ້ອນເລື່ອງລູກ ເນື່ອງຈາກການມີລູກເຮັດໃຫ້ມີຄ່າໃຊ້ຈ່າຍເພີ່ມຂຶ້ນຫລວງຫລາຍ ໂດຍສະເພາະຄອບຄົວທີ່ອາໄສຢູ່ໃນໂຕເມືອງທີ່ມີຄ່າຄອງຊີບສູງ ອີກທັງການມີລູກໂດຍຂາດການຄິດ ແລະ ການວາງແຜນກ່ຽວກັບຄ່າໃຊ້ຈ່າຍທີ່ຕ້ອງໃຊ້ໂຕຈິງ ກໍຖືເປັນຄວາມຜິດພາດຄັ້ງໃຫຍ່ຄືກັນ ເພາະພວກທ່ານອາດບໍ່ເຫລືອເງິນຫລາຍພໍທີ່ຈະເຮັດໃຫ້ລູກໆໃຊ້ຊີວິດຢ່າງມີຄວາມສຸກ ແລະ ສະດວກສະບາຍຢ່າງທີ່ຕັ້ງໃຈເອົາໄວ້ ນອກຈາກອາດຈະເຮັດໃຫ້ເງິນຂາດມືກໍໄດ້.

5. ມີຄວາມຕ້ອງການຫລາຍເກີນໄປ : ອີກໜຶ່ງເລ່ືອງທີ່ຄູ່ແຕ່ງດອງໃໝ່ຄວນເຮັດກໍຄື ວາງແຜນການເງິນເພື່ອຊີວິດໃນໄວກະສຽນ ແຕ່ຖ້າເປັນເລື່ອງທີ່ຄູ່ແຕ່ງດອງບໍ່ໃຫ້ຄວາມສຳຄັນ ໂດຍສະເພາະຄູ່ແຕ່ງດອງທີ່ໃຊ້ເງິນແບບພໍດີໝົດເດືອນກໍໝົດເງິນ ຖືວ່າອັນຕະລາຍຫລາຍ ເຊິ່ງມັນຄົງຈະດີກ່ວາຫາກຮູ້ຈັກປະຢັດກັນແຕ່ຕອນນີ້, ຮຽນຮູ້ທີ່ຈະຢູ່ຢ່າງພໍພຽງ ແລະ ຊອກຫາຄວາມສຸກ ຄວາມຈົບງາມຈາກສິ່ງທີ່ຢູ່ອ້ອມໂຕແທນວັດຖຸລາຄາແພງ.

- 3 - 5 ບັນຫາການເງິນທີ່ອາດກະທົບກັບຊີວິດຄູ່
- Visit Laos Visit SALANA BOUTIQUE HOTEL - 5 ບັນຫາການເງິນທີ່ອາດກະທົບກັບຊີວິດຄູ່
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!