ເຈົ້າໜ້າທີ່ມອດໄຟນະຄອນຫລວງວຽງຈັນ, ໄດ້ເຕືອນໃຫ້ປະຊາຊົນເພີ່ມສະຕິລະວັງໃນການຊົມໃຊ້ຟື້ນໄຟໃຫ້ສູງຂຶ້ນ, ຫລັງຈາກເຫັນວ່າໃນອາທິດຜ່ານມາເກີດມີໄຟໃໝ້ເຮືອນປະຊາຊົນ 2 ຫລັງຄື: ເມື່ອເວລາປະມານ 17:00 ໂມງຂອງວັນທີ 4 ມີນາຜ່ານມານີ້, ໄດ້ເກີດໄຟໄໝ້ເຮືອນກໍ່ 3 ຊັ້ນຢູ່ບ້ານໂພນທັນ, ເມືອງໄຊເສດຖາ, ຊຶ່ງເຈົ້າຂອງເຮືອນຊື່ທ່ານ ແສງຄຳ ພີນິກ, ໂດຍໄຟໄດ້ໃໝ້ຢູ່ເທິງຊັ້ນ 3 ຂອງເຮືອນ ແລະ ເຈົ້າໜ້າທີ່ໄດ້ໃຊ້ເວລາຫລາຍນາທີເພື່ອຄວບຄຸມບໍ່ໃຫ້ໄຟໃໝ້ລົງມາຊັ້ນ 2 ແລະ ຊັ້ນລຸ່ມ 1 ເຮືອນໄວ້ໄດ້ ແລະ ເວລາປະມານ 16:15 ໂມງຂອງວັນທີ 5 ມີນາຜ່ານມາ, ໄດ້ເກີດໄຟໄໝ້ເຮືອນ 2 ຊັ້ນຈົນໝົດກ້ຽງຢູ່ບ້ານດົງສະຫວາດ, ເມືອງສີສັດຕະນາກນະຄອນ ຫລວງວຽງຈັນ, ຊຶ່ງເຈົ້າຂອງເຮືອນຊື່ທ້າວ ສີນວນ ສູນດາລາ ອາຍຸ 59 ປີ ແລະ ທັງສອງເຫດ ການນີ້ໄດ້ສ້າງຄວາມສູນເສຍທາງດ້ານຊັບສີນເປັນຈໍານວນຫລາຍສົມຄວນ, ຊຶ່ງຢູ່ໃນຂັ້ນຕອນການປະເມີນຂອງເຈົ້າໜ້າທີ່, ໂດຍສາເຫດແມ່ນເກີດຈາກໄຟຟ້າລັດວົງຈອນ.
ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າທີ່ຈຶ່ງຝາກເຕືອນປະຊາຊົນຈົ່ງມີສະຕິໃນການຊົມໃຊ້ຟື້ນໄຟ, ຈຸດຫຍ້າ ຫລື ຂີ້ເຫຍື້ອຕ່າງໆໃນໄລຍະນີ້, ຊຶ່ງເປັນໄລຍະອາກາດ ຮ້ອນເອົ້າ, ອາດເຮັດໃຫ້ໄຟໄໝ້ລາມໄປໃສ່ເຮືອນຊານ ຫລື ສິ່ງປຸກສ້າງໄດ້ງ່າຍ ແລະ ໃຫ້ໝັ່ນກວດກາເຄື່ອງໃຊ້ໄຟຟ້າພາຍໃນເຮືອນຢ່າງເປັນປົກກະຕິ ເຊັ່ນ: ສາຍໄຟ, ກະດານໄຟ, ປັກສຽບ ແລະ ອຸປະກອນອື່ນໆ, ຖ້າພົບເຫັນມີສະພາບເກົ່າແກ່ຊຸດໂຊມກໍຕ້ອງປ່ຽນໃໝ່ທັນທີ ເພື່ອຮັບປະກັນບໍ່ໃຫ້ເກີດໄຟຊ໋ອດ ແລະ ເກີດອັກຄີໄພໄດ້ງ່າຍ.