ສະຫະປະຊາຊາດຮຽກຮ້ອງການຮ່ວມມື ຄຸ້ມຄອງກະແສຊາວອົບພະຍົບ
ເນື່ອງໃນໂອກາດວັນອົບພະຍົບສາກົນ (18 ທັນວາ) ສະຫະປະຊາຊາດໄດ້ຮຽກຮ້ອງບັນດາປະເທດພ້ອມກັນຮ່ວມມືໃນການຄຸ້ມຄອງກະແສຊາວອົບພະຍົບ ເພື່ອແນໃສ່ຮັບປະກັນບັນດາຜົນປະໂຫຍດທີ່ໄດ້ຮັບຈາກການເຄື່ອນໄຫວດັ່ງກ່າວຖືກຈັດແບ່ງຢ່າງສະໝໍ່າສະເໝີ ແລະ ສິດທິຂອງບັນດາຜູ້ທີ່ກ່ຽວຂ້ອງລ້ວນແຕ່ໄດ້ຮັບການປົກປ້ອງ ຄືດັ່ງໄດ້ຮັບຮອງເອົາໃນໂຄງການດຳເນີນງານພັດທະນາແບບຍືນຍົງ 2030.
ໃນສານເນື່ອງໃນໂອກາດສະເຫລີມສະຫລອງວັນອົບພະຍົບສາກົນ ເຊິ່ງໄດ້ຮັບການຈັດຕັ້ງໃນວັນທີ 18 ທັນວາປະຈຳປີ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ອັນໂຕນິໂອ ກູເຕີເຣ ເນັ້ນໜັກວ່າ: ມີຫລັກຖານຫລາຍຢ່າງສະແດງໃຫ້ເຫັນວ່າ: ບັນດາຊາວອົບພະຍົບໄດ້ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳໃຫ້ທຸກໆສັງຄົມໃນໂລກ. ເຖິງຢ່າງໃດກໍຕາມ, ທ່າທີທີ່ເປັນປໍລະປັກກັບຊາວອົບພະຍົບພັດເພີ່ມຂຶ້ນນັບມື້ນັບຫລາຍໃນທົ່ວໂລກ. ສະນັ້ນ ທ່ານຖືວ່າຄວາມສາມັກຄີກັບຊາວອົບພະຍົບແມ່ນສິ່ງທີ່ຮີບດ່ວນຍິ່ງກວ່າເວລາໃດໝົດ.
ສ່ວນທ່ານຜູ້ອຳນວຍການໃຫຍ່ອົງການອົບພະຍົບສາກົນ ວິວລຽມ ລາຊີ ສະວິງ ໄດ້ຍົກອອກຄຳຮຽກຮ້ອງດ່ວນກ່ຽວກັບການອົບພະຍົບຢ່າງປອດໄພໃນໂລກພວມເຄື່ອນເໜັງ ແລະ ນີ້ກໍແມ່ນຫົວຂໍ້ຂອງວັນອົບພະຍົບສາກົນ 2017.