ອຸປະຕິເຫດ ຍັງເປັນພະຍາດເກົ່າໆ ຈົນກາຍເປັນ ມະເຮັງທີ່ຊຳເຮື້ອທີ່ຂ້າຊີວິດຄົນລາວ

- 506319845 9776891089099361 2570420773060099811 n - ອຸປະຕິເຫດ ຍັງເປັນພະຍາດເກົ່າໆ ຈົນກາຍເປັນ ມະເຮັງທີ່ຊຳເຮື້ອທີ່ຂ້າຊີວິດຄົນລາວ
- kitchen vibe - ອຸປະຕິເຫດ ຍັງເປັນພະຍາດເກົ່າໆ ຈົນກາຍເປັນ ມະເຮັງທີ່ຊຳເຮື້ອທີ່ຂ້າຊີວິດຄົນລາວ

ໂດຍ: ຜາຕຸງ

ຈາກສະຫຼຸບລາຍງານຈຳນວນອຸປະຕິເຫດທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດຂອງກົມຕຳຫຼວດ ຈາລະຈອນ ກົມໃຫຍ່ຕຳຫຼວດໃຫ້ຮູ້ວ່າ: ໃນເດືອນພຶດສະພາຜ່ານມາ ທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນທັງໝົດ 532 ລາຍ ເພີ່ມຂຶ້ນຈາກເດືອນເມສາ 202 ລາຍ, ພາຫະນະເປ່ເພ 931ຄັນ ຫຼຸດລົງ 344 ຄັນ, ມີຄົນໄດ້ຮັບບາດເຈັບ 800 ຄົນ, ຫຼຸດລົງ 367 ຄົນ, ແຕ່ສິ່ງທີ່ໜ້າຕົກໃຈຫຼາຍແມ່ນຕົວເລກຜູ້ເສຍຊີວິດຈາກອຸປະຕິເຫດເຫຼົົ່ານັ້ນມີເຖິງ70ຄົນ, ຫຼຸດລົງຈາກເດືອນເມສາ 39 ຄົນ. ລວມມູນຄ່າການເສຍຫາຍຫຼາຍກວ່າ 19,369 ລ້ານກວ່າກີບ, ເພີ່ມຂຶ້ນຈາກເດືອນ ເມສາ ເກືອບ 543 ລ້ານກີບ.

- Visit Laos Visit SALANA BOUTIQUE HOTEL - ອຸປະຕິເຫດ ຍັງເປັນພະຍາດເກົ່າໆ ຈົນກາຍເປັນ ມະເຮັງທີ່ຊຳເຮື້ອທີ່ຂ້າຊີວິດຄົນລາວ
- Visit Laos Visit SALANA BOUTIQUE HOTEL - ອຸປະຕິເຫດ ຍັງເປັນພະຍາດເກົ່າໆ ຈົນກາຍເປັນ ມະເຮັງທີ່ຊຳເຮື້ອທີ່ຂ້າຊີວິດຄົນລາວ

ຈຳນວນທີ່ຮ່ວມກໍອຸປະຕິເຫດນັ້ນມີທັງຄົນລາວເຮົາ ແລະຄົນຕ່າງປະເທດຢູ່ນຳ ຊຶ່ງມີຄົນຕ່າງປະເທດເຖິງ37ຄົນ ລວມມີສັນຊາດຫວຽດນາມ,ຈີນ, ໄທ, ຝຣັ່ງ ແລະ ມຽນມາ ຕາມລຳດັບ, ເກນອາຍຸ ຕ່ຳກວ່າ 15 ປີ ມີ 130 ຄົນ, ແຕ່ 16 ຫາ 30 ປີ ມີຫຼາຍກວ່ 600 ຄົນ, ອາຍຸ 31-50ປີ 400 ກວ່າຄົນ , ອາຊີບກຳມະກອນແມ່ນກວມອັດຕາສ່ວນຫຼາຍກວ່າໝູ່ມີເຖິງ 201 ຄົນ, ຖ້າແບ່ງເປັນແຂວງທີ່ເກີດອຸປະຕິເຫດຫຼາຍກວ່າເພິ່ນ ແມ່ນແຂວງຈຳປາສັກ, ຮອງລົງມາແມ່ນນະຄອນ ຫຼວງວຽງຈັນ, ແຂວງວຽງຈັນ, ສະຫວັນນະເຂດ ແລະ ແຂວງອື່ນໆຕາມລຳດັບ.

ຕາມການກວດກາຕົວຈິງຂອງເຈົ້າໜ້າທີ່ ຈາລະຈອນແຕ່ລະແຂວງໃຫ້ຮູ້ວ່າ ຈຳນວນອຸປະຕິເຫດເກີດຂຶ້ນທັງໝົດນັ້ນລ້ວນແລ້ວແຕ່ມາຈາກການຂາດລະບຽບວິໄນຜູ້ຂັບຂີ່ບໍ່ເຄົາລົບລະບຽບການສັນຈອນທາງບົກ, ເຕັກນິກລົດບໍ່ຮັບປະກັນ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ ແລະ ອື່ນໆ ເຊັ່ນ: ຂີ່ດ້ວຍຄວາມໄວເກີນກຳນົດ, ປ່ຽນທິດທາງເດີນ ຫຼື ຍ້ອນສວນທາງ, ບໍ່ປ່ອຍສິດ, ຊີງຂຶ້ນໜ້າບໍ່ຮັບປະກັນ.

ຈາກຕົວເລກອຸປະຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນທັງໃນນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆທົ່ວປະເທດ ໃນເດືອນພຶດສະພາຜ່ານມານີ້ ໄດ້ຢັ້ງຢືນໃຫ້ພວກເຮົາເຫັນແລ້ວວ່າ ຈັນຍາບັນຂອງຜູ້ຂັບຂີ່ຍວດຍານພາຫະນະຂອງຄົນໃນສັງຄົມເຮົາເວົ້າສະເພາະແຕ່ຄົນຈຳນວນໜຶ່ງເທົ່ານັ້ນເດີ ບໍ່ໄດ້ຕີລວດກວດພຽງແບບລວດແຂ້ວເຕົ່າດອກ  ເພາະວ່າມີຄົນຈຳນວນໜຶ່ງຍັງຂາດມາລະຍາດຂາດ ຄວາມນັບຖື ລະບຽບກົດໝາຍບ້ານເມືອງ ໂດຍສະເພາະ ລະບຽບການສັນຈອນທາງບົກ (ຜູ້ຂຽນຂໍຍ້ອງຍໍສັນ ລະເສີນຜູ້ຄົນຈຳນວນຫຼາຍທີ່ເອົາໃຈໃສ່ໃນເລື່ອງມາລະຍາດໃນການຂັບຂີ່ ມີນ້ຳໃຈຕໍ່ເພື່ອນຮ່ວມທາງ ເຮັດໃຫ້ເພື່ອນຮ່ວມທາງມີຄວາມປອດໄພ ນີ້ຂໍນັບຖືຈິດໃຈຢ່າງສູງສົ່ງຂອງພວກທ່ານ)

ແນວໃດກໍດີ ເມື່ອລວມມູນຄ່າການເສຍຫາຍຈາກອຸປະຕິເຫດທີ່ເກີດຂຶ້ນໃນເດືອນພຶດສະພາຜ່ານມາມີຫຼາຍກວ່າ19,369 ລ້ານກວ່າກີບ, ເພີ່ມຂຶ້ນຈາກເດືອນ ເມສາ ເກືອບ 543 ລ້ານກີບ, ນີ້ເປັນຕົວເລກ ຄວາມສູນເສຍທີ່ຫຼາຍສົມຄວນ, ນອກຈາກມູນຄ່າຄວາມເສຍຫາຍທາງດ້ານຊັບສິນ ແລ້ວຊີວິດຄົນເຮົາກໍສູນເສຍໄປເປນຈຳນວນຫຼາຍເຊັ່ນດຽວກັນ ຊຶ່ງສ່ວນຫຼາຍແມ່ນໄວກຳລັງແຮງໃນການສ້າງສາພັດທະນາປະເທດຊາດ ກຳລັງແຮງຂອງໄວໜຸ່ມທີ່ມີສ່ວນສຳຄັນໃນການສ້າງສາ ເຖິງເວລາຄິດໄດ້ແລ້ວວ່າຊີວິດເຮົາມີຄ່າ ຢ່າມາຈົບຊີວິດຍ້ອນຂາດລະບຽບວິໃນ ຈົ່ງເອົາໃຈໃສ່ປະຕິບັດລະບຽບການສັນຈອນທາງບົກຢ່າງເຂົ້ມງວດ ແລ້ວຊີວິດເຮົາຈະປອດໄພຈາກອຸປະຕິເຫດຕາມທ້ອງຖະໜົນ ຂໍຢ່າໃຫ້ ພະຍາດເກົ່າໆ ພະຍາດເດີມໆ ເຕີມພິດຮ້າຍຈົນກາຍເປັນ ມະເຮັງທີ່ຊຳເຮື້ອ ຍາກທີ່ຈະແກ້ໄດ້.

- 4 - ອຸປະຕິເຫດ ຍັງເປັນພະຍາດເກົ່າໆ ຈົນກາຍເປັນ ມະເຮັງທີ່ຊຳເຮື້ອທີ່ຂ້າຊີວິດຄົນລາວ
- 5 - ອຸປະຕິເຫດ ຍັງເປັນພະຍາດເກົ່າໆ ຈົນກາຍເປັນ ມະເຮັງທີ່ຊຳເຮື້ອທີ່ຂ້າຊີວິດຄົນລາວ
- 3 - ອຸປະຕິເຫດ ຍັງເປັນພະຍາດເກົ່າໆ ຈົນກາຍເປັນ ມະເຮັງທີ່ຊຳເຮື້ອທີ່ຂ້າຊີວິດຄົນລາວ