ລັດຖະບານ ຖືເອົາການແກ້ໄຂເງິນເຟີ້ ອັດຕາແລກປ່ຽນ ລາຄາສິນຄ້າ ແລະ ແກ້ໄຂໜີ້ສິນ ເປັນວຽກບູລິມະສິດ

- 506261360 122155299500388511 8152820053457101644 n - ລັດຖະບານ ຖືເອົາການແກ້ໄຂເງິນເຟີ້ ອັດຕາແລກປ່ຽນ ລາຄາສິນຄ້າ ແລະ ແກ້ໄຂໜີ້ສິນ ເປັນວຽກບູລິມະສິດ
- kitchen vibe - ລັດຖະບານ ຖືເອົາການແກ້ໄຂເງິນເຟີ້ ອັດຕາແລກປ່ຽນ ລາຄາສິນຄ້າ ແລະ ແກ້ໄຂໜີ້ສິນ ເປັນວຽກບູລິມະສິດ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ຊີ້ແຈ້ງຕໍ່ຂໍ້ຊັກຖາມ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ເງິນເຟີ້ ອັດຕາແລກປ່ຽນ ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ໃນໄລຍະ 6 ເດືອນ ທ້າຍປີ ລັດຖະບານ ຈະມີກົນໄກວິ ທີການ ແລະ ມາດຕະການ ສືບຕໍ່ຈັດຕັ້ງປະຕິບັດຄືແນວໃດ ຂອງສະມາຊິກສະພາແຫ່ງຊາດ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 11 ມິຖຸນາ 2025 ວ່າ:

1.ຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເງິນເຟີ້ ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ໃຫ້ມີຄວາມສະຖຽນ ແລະ ສູ້ຊົນໝົດປີ 2025 ໃຫ້ຕົວເລກເງິນເຟີ້ຫຼຸດລົງເປັນ 1 ຕົວເລກ ເຊິ່ງເປັນສິ່ງທ້າທາຍສົມຄວນ.

- Visit Laos Visit SALANA BOUTIQUE HOTEL - ລັດຖະບານ ຖືເອົາການແກ້ໄຂເງິນເຟີ້ ອັດຕາແລກປ່ຽນ ລາຄາສິນຄ້າ ແລະ ແກ້ໄຂໜີ້ສິນ ເປັນວຽກບູລິມະສິດ

2. ຍູ້ແຮງການຜະລິດພາຍ ໃນເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ແຂງແຮງ ເພື່ອຫຼຸດຜ່ອນການນໍາເຂົ້າສິນ ຄ້າ ແລະ ການໄຫຼອອກເງິນຕາຕ່າງປະເທດ.

3. ນໍາໃຊ້ມາດຕະການຕ່າງໆ ເພື່ອເພີ່ມຄັງສຳຮອງເງິນຕາຕ່າງປະເທດ ໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນຄວາມກົດດັນທາງດ້ານອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ ແລະ ຄັງສະສົມແຫ່ງຊາດໃຫ້ເພີ່ມຂຶ້ນຕື່ມ.

4. ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດໃຫ້ຫຼຸດລົງກວ່າເກົ່າ ຫຼຸດຄວາມແຕກໂຕນທີ່ບໍ່ສົມເຫດສົມຜົນ ລະຫວ່າງ ລາຄາຊື້ ແລະ ລາຄາຂາຍຂອງພໍ່ຄ້າຄົນກາງພ້ອມກັນນັ້ນ ຈະໄດ້ທົບທວນຄືນລາຄາໄຟຟ້າສໍາລັບກຸ່ມເປົ້າໝາຍຄົວເຮືອນທີ່ມີລາຍຮັບຕໍ່າ ແນໃສ່ແກ້ໄຂບັນຫາຄ່າຄອງຊີບຂອງປະຊາຊົນ ແລະ ພະນັກງານ-ລັດຖະກອນ ທະຫານ ຕຳຫຼວດໃຫ້ດີຂຶ້ນ.

5. ສຸມໃສ່ເກັບລາຍຮັບງົບປະມານຕາມຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນດ້ວຍການຍູ້ແຮງການຫັນເປັນທັນສະໄໝໂດຍສະເພາະການເກັບລາຍຮັບພາສີ-ອາກອນຢູ່ດ່ານສາກົນ ການເກັບລາຍຮັບຄ່າທໍານຽມ ແລະ ຄ່າບໍລິການ ລາຍຮັບຈາກທີ່ດິນ ຄຽງຄູ່ກັນນັ້ນ ກໍຈະໄດ້ເອົາໃຈໃສ່ ຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ຢ່າງເຂັ້ມງວດ ແລະ ບົນຈິດໃຈປະຢັດ.

6. ສຸມໃສ່ແກ້ໄຂໜີ້ສິນຕ່າງປະເທດ ໃຫ້ຊໍາລະໄປຕາມສັນຍາ ແລະ ເຈລະຈາກັບບັນ ດາປະເທດເຈົ້າໜີ້ຈໍານວນໜຶ່ງເພື່ອດັດປັບໂຄງສ້າງໜີ້ ສັງລວມແລ້ວ ລັດຖະບານ ຕ້ອງຮັບປະກັນບໍ່ໃຫ້ປະເທດເຮົາຕົກເປັນປະເທດທີ່ບໍ່ສາມາດຊຳລະໜີ້ໄດ້ ພ້ອມກັນນັ້ນ ກໍສຸມໃສ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ນອກຈາກໃຫ້ບູລິມະສິດໃນການຈັດສັນແຫຼ່ງທຶນປົກກະຕິແລ້ວ ລັດຖະບານຍັງສຸມງົບປະມານບ້ວງເງິນເກີນແຜນຂອງສູນກາງ ແລະ ທ້ອງຖິ່ນ ເພື່ອມາແກ້ໄຂໜີ້ສິນແບບມີສ່ວນຫຼຸດ ຕື່ມອີກ ໂດຍຈະເອົາງົບບ້ວງເກີນແຜນ2024 ພູດຂອງສູນກາງສ່ວນໜຶ່ງ (500-800 ຕື້ກີບ).

7. ສຸມໃສ່ແກ້ໄຂບັນຫາລົດເຖື່ອນ ການລັກລອບຂຸດຄົ້ນແຮ່ທາດ ການລັກລອບຕັດໄມ້ ແລະ ຂຸດຄົ້ນຊັບພະຍາກອນແຮ່ທາດທີ່ບໍ່ຖືກຕ້ອງ ໂດຍໄດ້ມອບໃຫ້ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ເປັນຫົວໜ້າຄະນະ (ຄະນະ 47/ນຍ) ເຊິ່ງຄະນະດັ່ງກ່າວພວມສຸມໃສ່ແກ້ໄຂເປັນແຕ່ລະກໍລະນີ.

- 3 - ລັດຖະບານ ຖືເອົາການແກ້ໄຂເງິນເຟີ້ ອັດຕາແລກປ່ຽນ ລາຄາສິນຄ້າ ແລະ ແກ້ໄຂໜີ້ສິນ ເປັນວຽກບູລິມະສິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!