ຕ້ອງຫັນການຜະລິດ ໄປສູ່ການປຸງແຕ່ງ ເພື່ອຍົກສູງຄຸນນະພາບ ແລະ ເພີ່ມມູນຄ່າຜົນຜະລິດ


ໂດຍ: ຜາຕຸງ
ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຄັ້ງວັນທີ 10 ມິຖຸນາ 2025ນີ້ ປະທານສະພາແຫ່ງຊາດຖາມວ່າ: ການຈັດຕັ້ງປະຕິບັດວຽກງານຊຸກຍູ້ສົ່ງເສີມ ການຜະລິດກະສິກໍາເປັນສິນຄ້າ ເພື່ອຫັນປ່ຽນສັງຄົມບໍລິການ ໄປສູ່ສັງຄົມການຜະລິດ ແລະ ວຽກງານປຸງແຕ່ງຜະລິດຕະພັນກະສິກໍາທີ່ສາມາດຜະລິດໄດ້ພາຍໃນ ໃຫ້ມີມູນຄ່າສູງຂຶ້ນ ຈາກການສົ່ງອອກວັດຖຸດິບ, ພ້ອມທັງ ເປັນການທົດແທນການນໍາເຂົ້າ ແລະ ຮັບປະກັນການສ້າງຖານລາຍຮັບທີ່ເຂັ້ມແຂງ – ຍືນຍົງ ໃນໄລຍະຜ່ານມາ ຂະ ແໜງການ ໄດ້ມີການຈັດຕັ້ງປະຕິບັດຄື ແນວ ໃດ? ມີອັນໃດທີ່ພົ້ນເດັ່ນເກີດຂຶ້ນໃໝ່ ຫຼື ພັດທະນາໄດ້ດີກວ່າເກົ່າ ທັງປະລິມານ ແລະ ຄຸນນະພາບ ແລະ ສາມາດສົ່ງອອກໄດ້ຫຼາຍປານໃດ? ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຄືແນວໃດ ແລະ ໄດ້ວາງມາດຕະການແກ້ໄຂໃນຕໍ່ໜ້າຄືແນວໃດ?.
ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຊີ້ແຈງບັນຫານີ້ ວ່າ: ໄດ້ຈັດຕັ້ງຜັນຂະຫຍາຍໄປຕາມ 2 ນະໂຍບາຍແຫ່ງຊາດຄື ນະໂຍບາຍວ່າດ້ວຍການສົ່ງ ເສີມການລ້ຽງສັດ ແລະ ສັດນໍ້າ ແລະ ນະໂຍບາຍ ວ່າດ້ວຍການສົ່ງເສີມການປູກພືດ ຊຶ່ງໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນກໍານົດເປັນແຜນງານ, ໂຄງການ, ມາຕະການ ແລະ ຈຸດສຸມລະອຽດ; ສໍາລັບການຜະລິດລະດູແລ້ງຜ່ານມາສາມາດປູກພືດສິນຄ້າໄດ້ 37,600 ກວ່າເຮັກຕາ, ລື່ນແຜນການ 18%; ສໍາລັບສິນຄ້າກະສິກໍາ ທີ່ໄດ້ສໍາເລັດການເຈລະຈາເປີດຕະຫຼາດ ກັບປະເທດຄູ່ຄ້າ ໂດຍສະ ເພາະ ສປ ຈີນ, ຫວຽດນາມ ແລະ ໄທ ປັດຈຸບັນ ມີທັງໝົດ 74 ລາຍການເຈລະຈາ (ສັດ4 ລາຍການ); ໄດ້ຈັດ ສົ່ງອອກໝາກມ່ວງ ໄປ ສປ ຈີນ ຄັ້ງປະຖົມມະລຶກ ໃນວັນທີ 30 ພຶດສະພາ 2025 ມີທັງໝົດ 90 ໂຕນ (ລົດ 3 ຄັນ) ແລະ ຄາດວ່າໃນປີ 2025 ນີ້ຈະສົ່ງອອກໝາກ ມ່ວງ ໄປ ສປ ຈີນ ໄດ້ທັງໝົດປະມານ 1,500 ໂຕນ ມູນຄ່າປະມານ 525,000 ໂດລາສະຫະລັດ ແລະ ປີ 2026ຈະສົ່ງ ອອກໄດ້ປະມານ 15,000 ໂຕນ ມູນຄ່າ 5,250,000 ໂດລາສະຫະລັດ.
ສ່ວນການກະກຽມສົ່ງອອກເຂົ້າໄປ ບຣູໄນ ຢູ່ໃນຂັ້ນຕອນ ສົ່ງອອກທົດລອງ ເຂົ້າ ລວມທັງ ກາເຟ ແລະ ໝາກໄມ້ອົບແຫ້ງ ລວມ 50 ໂຕນ; ຊຶ່ງໄດ້ສົມທົບກັບພາກທຸລະກິດທີ່ມີທ່າແຮງ ຄື ກຸ່ມບໍລິສັດໂຊກໄຊ (ໂຮງສີເຂົ້າ ສະຫວັນນະເຂດ) ເປັນບໍລິສັດຄູ່ຄ້າຝ່າຍລາວ ແລະ ກໍາລັງລໍຖ້າຝ່າຍບຣູໄນຄັດເລືອກບໍລິສັດຄູ່ຄ້າຝ່າຍບຣູໄນ. ການກະກຽມສົ່ງອອກເຂົ້າ ໄປ ບັງກະລາເດັດ ປັດຈຸບັນ ຢູ່ໃນຂັ້ນຕອນການກະກຽມ ເຊັນສັນຍາຮ່ວມມື, ຄາດວ່າ ຈະເຊັນສັນຍາຮ່ວມມື ພາຍໃນເດືອນມິຖຸນາ ຫຼື ກໍລະກົດປີນີ້, ຊຶ່ງບັງກາລາເທດ ຕ້ອງການຊື້ເຂົ້າຈາກ ສປປ ລາວ 200,000 ໂຕນ/ປີ ຊຶ່ງຈະໄດ້ສົມທົບກັບພາກທຸລະກິດທີ່ມີທ່າແຮງດໍາເນີນການເຊັ່ນດຽວກັບກໍລະນີຂອງບຣູໄນ, ວຽກງານປຸງແຕ່ງຜະລິດຕະພັນກະສິກໍາ ທີ່ສາມາດຜະລິດໄດ້ພາຍໃນໃຫ້ມີມູນຄ່າສູງຂຶ້ນ ຈາກການສົ່ງອອກວັດຖຸດິບ ໂດຍໄດ້ອອກຄໍາສັ່ງວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ການເກັບຊື້, ການປຸງແຕ່ງ ແລະ ການສົ່ງອອກລວມທັງມັນຕົ້ນ ແລະ ອື່ນໆ, ເປົ້າໝາຍເພື່ອຊຸກຍູ້ສົ່ງເສີມໃຫ້ມີການປຸງແຕ່ງກ່ອນການສົ່ງອອກ, ທຸກຢ່າງຕ້ອງເຂັ້ມງວດປະຕິບັດ ມາດຕະການສຸຂານາ ໄມ ແລະ ສຸຂານາໄມພືດ.
ໃນຕໍ່ໜ້ານີ້ ຈະສືບຕໍ່ຕິດຕາມຊຸກຍູ້ທ້ອງຖິ່ນ ເພື່ອບໍ່ໃຫ້ມີການນຳເຂົ້າແບບຊະຊາຍ ໂດຍສະເພາະ ຢູ່ດ່ານ ທ້ອງຖິ່ນ ແລະ ດ່ານປະເພນີ, ລົງເລິກກວດການໍາເຂົ້າ ຢູ່ບັນດາດ່ານສາກົນຕ້ອງໄດ້ຜ່ານການກວດກາຄຸນນະພາບຢູ່ບັນດາດ່ານກັກກັນພືດ-ກັກກັນສັດ ໃນ 28 ດ່ານທົ່ວປະເທດ, ສືບຕໍໍ່ຊຸກຍູ້ ທ້ອງຖິ່ນທີ່ມີທ່າແຮງ ໃນການຜະລິດ ເພື່ອໃຫ້ສາມາດ ກຸ້ມກິນ ແລະ ໃຫ້ສາມາດດຸ່ນດ່ຽງໃຫ້ແຂວງໃກ້ຄຽງ ຫຼື ແຂວງອື່ນໃຫ້ພຽງພໍ, ໂດຍສະເພາະ ຮັບປະກັນ ດ້ານແນວພັນ, ປັດໄຈການຜະລິດ ແລະ ການເຂົ້າເຖິງສິນເຊື່ອ; ຊຸກຍູ້ການຈັດຕັ້ງ ກຸ່ມການຜະລິດ, ສະຫະກອນຕາມກົດໝາຍ ວ່າດ້ວຍ ສະຫະ ກອນ; ຊຸກຍູ້ສົ່ງເສີມ ຜູ້ປະກອບການ ທີ່ມີທ່າແຮງ ແລະ ຄວາມພ້ອມໃນການລົງທຶນ ຜະລິດ ແນວພັນ ພືດ-ສັດ, ປັດໄຈການຜະລິດ (ປຸຍ, ຫົວອາຫານສັດ); ຊຸກຍູ້ສົ່ງເສີມ ຜູ້ປະກອບການ ເພື່ອຜະລິດ, ປຸງແຕ່ງ ຜະລິດຕະພັນກະສິກໍາ ເພື່ອສົ່ງອອກ, ເຊັ່ນ ດຽວກັບ ກໍລະນີ ກະກຽມສົ່ງອອກເຂົ້າ ໄປ ບຣູໄນ ແລະອື່ນໆ,
ແຕ່ສິ່ງທີ່ສຳຄັນແມ່ນ ເອົາໃຈໃສ່ ໃນການປະຕິບັດ ກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ແລະ ເດັດຂາດ, ພ້ອມທັງກວດກາປະເມີນຄືນທັງໝົດບັນດາໂຄງການລົງທຶນທີ່ໄດ້ອະນຸມັດໃນໄລຍະຜ່ານມາ. ຍົກເລີກ ຫຼື ດໍາເນີນການທາງກົດໝາຍຕໍ່ໂຄງການທີ່ບໍ່ປະຕິບັດ ຫຼື ສ້າງຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ສັງຄົມ ທັງໝົດນີ້ສະເໜີ ມາຍັງສະມະຊິກສະພາແຫ່ ງຊາດ ໃນແຕ່ລະເຂດ ຊ່ວຍເອົາໃຈໃສ່ຊຸກຍູ້ອົງການປົກຄອງທ້ອງຖິ່ນໃນທາງປະຕິບັດໃຫ້ຖືກຕ້ອງ.