ຈໍານວນຜູ້ເສຍຊີວິດ ຈາກເຫດການເຮືອບິນ Air India ຕົກ ເພີ່ມເປັນ 274 ຄົນ

ສໍານັກຂ່າວຣອຍເຕີລາຍງານຫລ້າສຸດ ວັນທີ 14 ມິຖຸນາ 2025 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກອຸປະຕິເຫດຂອງເຮືອບິນແອອິນເດຍ (Air India) ຕົກ ທີ່ເມືອງອາເມດາບັດ (Ahmedabad) ປະເທດອິນເດຍ ເພີ່ມຂຶ້ນເປັນ 274 ຄົນ ທີ່ລວມທັງຜູ້ໂດຍສານ ແລະ ປະຊາຊົນໃນພາກພື້ນດິນຢ່າງໜ້ອຍ 38 ຄົນ ແລະ ມີຜູ້ລອດຊີວິດພຽງຄົນດຽວ ທີ່ເປັນໜຶ່ງໃນຜູ້ໂດຍສານເຮືອບິນ.
ເຮືອບິນ ໂບອິ້ງ 787-8 Dreamliner ລໍາດັ່ງກ່າວ ບັນທຸກຜູ້ໂດຍສານ ແລະ ຈຸບິນ ລວມເປັນ 242 ຄົນ ເຊິ່ງກໍາລັງເດີນທາງໄປສະໜາມບິນ Gatwick ຂອງລອນດອນ ປະເທດອັງກິດ ໃນວັນທີ 12 ມິຖຸນາ ຜ່ານມາ, ກ່ອນທີ່ຈະຕົກໃສ່ເຂດທີ່ຢູ່ອາໄສໃນເມືອງອາເມດາບັດ (Ahmedabad) ປະມານ 30 ວິນາທີ ຫລັງຈາກບິນຂຶ້ນ ແລະ ເກີດໄຟໄໝ້ຂຶ້ນທັນທີ.
ປັດຈຸບັນ ແອອິນເດຍ ຮ່ວມກັບລັດຖະບານ ກໍາລັງເລັ່ງຫາຫລາຍສາເຫດທີ່ພາໃຫ້ເກີດເຫດການທີ່ຮ້າຍແຮງນີ້ຂຶ້ນ, ໂດຍເບື້ອງຕົ້ນທາງ TATA Group ເຈົ້າຂອງແອອິນເດຍ ອອກມາປະກາດຈະມອບເງິນຊົດເຊີຍ 10 ລ້ານລູປີ ໃຫ້ແກ່ຄອບຄົວຜູ້ເສຍຊີວິດ ແລະ ພ້ອມທີ່ຈະຮັກສາຜູ້ທີ່ລອດຊີວິດທຸກຄົນ ຈົນຫາຍດີທັງຮ່າງກາຍ ແລະ ຈິດໃຈ ຈົນກວ່າກັບມາໃຊ້ຊີວິດໄດ້ປົກກະຕິ.