ນວ ຈັດບານເຕະນັກຮຽນເລືອກ ນັກກິລາເດັ່ນຮ່ວມຊຽງຂວາງເກມ

- 25529868 708163212727588 1917327475 n - ນວ ຈັດບານເຕະນັກຮຽນເລືອກ ນັກກິລາເດັ່ນຮ່ວມຊຽງຂວາງເກມ
- kitchen vibe - ນວ ຈັດບານເຕະນັກຮຽນເລືອກ ນັກກິລາເດັ່ນຮ່ວມຊຽງຂວາງເກມ

ຕາມການລາຍງານຂອງທ່ານ ວຽງສະຫວັນ ແສງຈັນ ປະທານສະຫະພັນບານເຕະນະຄອນ ຫລວງວຽງຈັນ (ນວ) ໃນວັນທີ 15 ທັນວາ ໃຫ້ຊາບວ່າ: ໃນລະຫວ່າງວັນທີ 7-29 ທັນວາ 2017 ສະຫະພັນ ໄດ້ຈັດການແຂ່ງຂັນກິລາບານ​ເຕະນັກຮຽນຍິງ-ຊາຍທົ່ວນະຄອນຫລວງວຽງຈັນ ເພື່ອການເລືອກເຟັ້ນຫານັກກິລາຜູ້ທີ່ມີຄວາມສາມາດດີເດັ່ນ ກຽມເປັນຕົວແທນໃຫ້ ນວ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ທີ່ແຂວງຊຽງຂວາງຮັບກຽດເປັນເຈົ້າພາບ ໃນເດືອນພະຈິກ 2018.

ການຈັດການແຂ່ງຂັນຄັ້ງນີ້ ມີທີມເຂົ້າຮ່ວມ 12 ທີມ ທີມຍິງ 6 ທີມ ແລະ ທີມຊາຍ 6 ທີມ ສຳລັບທີມຍິງປະກອບມີ ມສ ວຽງຈັນ, ມສ ອານຸວົງ, ມປ ມິດຕະພາບ ວຽງຈັນ-ໂຮ່ຈິມິນ, ມສ ເພຍວັດ, ມສ ສາທິດ ແລະ ມສ ໄຊເຊດຖາ. ສ່ວນທີມຊາຍມີ ມສ ເພຍວັດ, ມສ ໄຊເຊດຖາ, ມສ ວຽງຈັນ, ມສ ອານຸວົງ, ມສ ຮ່ອງຄ້າ ແລະ ມສ ສາທິດ. ການແຂ່ງຂັນຈັບສະຫລາກປະກົບຄູ່ ເສຍຕົກຮອບເລີຍ ແລະ ຄັດເອົາທີມທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບ 4 ທີມສຸດທ້າຍ ​ເຊິ່ງການແຂ່ງຂັນແຕ່ລະນັດຈັດຂຶ້ນທີ່ສະໜາມກິລາບານ​ເຕະເຈົ້າອານຸວົງ ສະເພາະຕອນບ່າຍໃນວັນພະຫັດ ແລະ ວັນອາທິດຂອງທຸກໆອາທິດ.

- Visit Laos Visit SALANA BOUTIQUE HOTEL - ນວ ຈັດບານເຕະນັກຮຽນເລືອກ ນັກກິລາເດັ່ນຮ່ວມຊຽງຂວາງເກມ
- 5 - ນວ ຈັດບານເຕະນັກຮຽນເລືອກ ນັກກິລາເດັ່ນຮ່ວມຊຽງຂວາງເກມ
- 3 - ນວ ຈັດບານເຕະນັກຮຽນເລືອກ ນັກກິລາເດັ່ນຮ່ວມຊຽງຂວາງເກມ
- 4 - ນວ ຈັດບານເຕະນັກຮຽນເລືອກ ນັກກິລາເດັ່ນຮ່ວມຊຽງຂວາງເກມ