ຈະສ້າງນະຄອນຫລວງພະບາງ ໃນເປັນເມືອງອັດສະລິຍະ Smart City

ທ່ານ ສະເຫວີຍ ສີລາວັນ ຮັກສາເຈົ້ານະຄອນຫລວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງຫລວງພະບາງ ວັນທີ 16 ມິຖຸນາ 2025 ຜ່ານມານີ້ວ່າ ຕາມແຜນຍຸດທະສາດການພັດທະນານະຄອນຫລວງພະບາງ 5 ປີ 2025-2029 ແມ່ນ ຈະສ້າງທຸກເງື່ອນໄຂອໍານວຍຄວມສະດວກໃຫ້ແກ່ພາກເອກະຊົນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນການພັດທະນາໂຄງການນະຄອນອັດສະລິຍະ ພາຍໃຕ້ຮູບແບບການຮ່ວມມືພາກລັດ-ພາກເອກະຊົນໃຫ້ນັບມື້ຫລາຍຂຶ້ນ ແລະ ມີປະສິດຕິພາບສູງ, ສຸມໃສ່ການພັດທະນາພື້ນຖານໂຄງລ່າງໄອຊີທີ ແລະ ການຫັນເປັນດີຈີຕອນ ໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອຍົກລະດັບລະບົບການຄຸ້ມຄອງບໍລິຫານລັດ-ບໍລິການປະຊາຊົນ ແລະ ການຄຸ້ມຄອງຕົວເມືອງໃຫ້ມີຄວາມທັນສະໄໝຂຶ້ນເທື່ອລະກ້າວ, ພັດທະນານະຄອນຫຼວງພະບາງ ໄປຕາມຍຸດທະສາດການແບ່ງ 4 ພື້ນທີ່ຕົວເມືອງ ແລະ ການປະສົມປະສານ 7 ອົງປະກອບໜ້າວຽກ ຂອງແຜນແມ່ບົດການພັດທະນານະຄອນອັດສະລິຍະ ຄື:
ເຂດທີ 1: ເຂດມໍລະດົກ ແລະ ເຂດຕົວເມືອງທີ່ມີຢູ່ແລ້ວ:
– ສຸມໃສ່ປົກປັກຮັກສາຄຸນຄ່າຂອງມໍລະດົກ
– ສ້າງຄວາມດຶງດູດຂອງເຂດມໍລະດົກ
– ຄວບຄຸມການພັດທະນາໃໝ່ໃຫ້ຖືກຕ້ອງ
– ປັບປຸງພື້ນຖານໂຄງລ່າງສົ່ງເສີມການບໍລິການທ່ອງທ່ຽວ ແລະ ສ້າງສະພາບແວດລ້ອມຕົວເມືອງໃຫ້ມີສະເໜ່ຍິ່ງຂຶ້ນ.
ເຂດທີ 2: ເຂດສະຖານນີລົດໄຟ ແລະ ເຂດພັດທະນາຕົວເມືອງໃໝ່ທາງທິດຕາເວັນອອກ:
– ພັດທະນາເປັນເຂດຕົວເມືອງໃໝ່, ເຂດບໍລິການການຂົນສົ່ງ-ການຄ້າ, ຕຶກອາຄານທີ່ພັກ ແລະ ອື່ນໆ. ເພື່ອຕອບສະໜອງຄວາມຕ້ອງການຂອງການເພີ່ມຂຶ້ນຂອງນັກທ່ອງທ່ຽວ ແລະ ປະຊາກອນ.
– ປັບປຸງເສັ້ມທາງ ລະຫວ່າງໃຈກາງເມືອງ ໄປຫາເຂດສະຖານີລົດໄຟ.
ເຂດທີ 3: ເຂດທ່ອງທ່ຽວຕາດກວາງຊີ ແລະ ເຂດທ່ອງທ່ຽວກະສິກໍາ-ວັດທະນະທໍາທາງທິດໃຕ້:
– ປັບປຸງການທ່ອງທ່ຽວທໍາມະຊາດ, ກະສິກໍາ ແລະ ວັດທະນະທໍາ
– ປັບປຸງສະຖານທີ່ພັກ ຜ່ອນຕິດພັນກັບທໍາມະຊາດ
– ປັບປຸງເສັ້ມທາງ ລະຫວ່າງ ໃຈກາງເມືອງໄປຫາ ເຂດທ່ອງທ່ຽວ.
ເຂດທີ 4: ເຂດອຸດສາຫະກຳທາງທິດເໜືອ ແລະ ບັນດາກຸ່ມບ້ານເຂດນອກຕົວເມືອງ:
– ປັບປຸງອຸດສາຫະກໍາທີ່ມີຢູ່ແລ້ວຢ່າງຖືກຕ້ອງເປັນມິດກັບແວດລ້ອມ ແລະ ເຂົ້າເຖີງຕົວເມືອງສະດວກ
– ວາງແຜນຜັງພັດທະນາບັນດາກຸ່ມບ້ານເຂດນອກ
– ສົ່ງເສີມການຜະລິດກະສິກໍາ, ສະບຽງອາຫານ ແລະ ຫັດຖະກຳຂອງທ້ອງຖິ່ນໃນແຕ່ລະບ້ານໃຫ້ເປັນຈຸດທ່ອງທ່ຽວຊຸມຊົນ
– ສົ່ງເສີມການທ່ອງທ່ຽວທໍາມະຊາດທີ່ເໝາະສົມ.
ການພັດທະນາແຜນຍຸດທະສາດສ້າງນະຄອນຫຼວງພະບາງ ເປັນນະຄອນອັດສະລິຍະ ແລະ ຮອບດ້ານພາຍໃຕ້ 3 ເສົາຄໍ້າວຽກງານ ຄື:
– ເສົາຄໍ້າທີ 1: ປະສົມປະສານການທ່ອງທ່ຽວ ແລະ ມໍລະດົກໂລກ
– ເສົາຄໍ້າທີ 2: ສ້າງສະພາບແວດລ້ອມທີ່ສະອາດ ແລະ ປອດໄພ
– ເສົາຄໍ້າທີ 3: ສ້າງບ້ານທີ່ຍືນຍົງ ແລະ ເດີນທາງຕາມຕົວເມືອງທີ່ໃຊ້ເວລາ 15 ນາທີ.
ນະຄອນຫລວງພະບາງ ຖືເອົາການພັດທະນາອັດສະລິຍະ (Smart City) ເປັນເປົ້າໝາຍຍຸດທະສາດໄລຍະຍາວ ໃນການລິເລີ່ມສ້າງການຫັນປ່ຽນໃໝ່ ການພັດທະນາເສດຖະກິດ, ຄຸ້ມຄອງສັງຄົມ ແລະ ການພັດທະນາຄຸ້ມຄອງຕົວເມືອງ ເພື່ອກ້າວໄປສູ່ຄວາມທັນສະໄໝ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃນອະນາຄົດ.