ກອງປະຊຸມສະພາຂໍໃຫ້ເລັ່ງແກ້ໄຂບັນຫາປາກທ້ອງ

- 503275008 1275319814597501 9200148620520944793 n - ກອງປະຊຸມສະພາຂໍໃຫ້ເລັ່ງແກ້ໄຂບັນຫາປາກທ້ອງ
- kitchen vibe - ກອງປະຊຸມສະພາຂໍໃຫ້ເລັ່ງແກ້ໄຂບັນຫາປາກທ້ອງ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໄດ້ໄຂຂຶ້ນແຕ່ວັນທີ 9 ມິຖຸນາ ໄປຮອດວັນທີ 26 ມິຖຸນາ 2025 ຈຶ່ງຈະປິດລົງຢ່າງເປັນທາງການ. ໃນວາລະກອງປະຊຸມມື້ທໍາອິດພາຍ ຫລັງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວຄໍາເຫັນເປີດກອງປະຊຸມ ແລ້ວທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍຂຶ້ນລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດໃນໄລຍະ 5 ເດືອນຜ່ານມາ ໂດຍຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນຫລາຍດ້ານ ເປັນຕົ້ນສາມາດຊໍາລະໜີ້ສິນພາຍໃນໄດ້ 2,301 ຕື້ກີບ ເທົ່າກັບ 13.54% ຂອງແຜນການປີ, ສາມາດຊໍາລະຊະສາງໜີ້ສິນຕ່າງປະເທດໄດ້ເຖິງ 533.58 ລ້ານໂດລາສະຫະລັດ ເທົ່າກັບ 29.38% ຂອງແຜນການປີ, ສໍາເລັດການເຈລະຈາການສົ່ງອອກສິນຄ້າກະສິກໍາໄປຕ່າງປະເທດ 74 ລາຍການ ໃນນີ້ຍັງໄດ້ສົ່ງອອກປາສະຫວາຍ 442 ໂຕນ, ໝາກມ່ວງ 90 ໂຕນ. ສະເພາະປີ 2025 ຄາດວ່າຈະສົ່ງອອກໝາກມ່ວງເຖິງ 1,500 ໂຕນ. ສ່ວນອັດຕາເງິນເຟີ້ກໍນັບມື້ຫລຸດລົງ ປັດຈຸບັນຢູ່ໃນລະດັບ 11.76%, ເສດຖະກິດໂດຍລວມໃນ 6 ເດືອນຕົ້ນປີຂະຫຍາຍຕົວ 4.5%. ນອກຈາກທີ່ກ່າວມານີ້ແລ້ວ ຍັງມີດ້ານອື່ນໆກໍໄດ້ຮັບຜົນສໍາເລັດຄວບຄູ່ກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງປະເທດຢ່າງຫລວງຫລາຍ.

ແນວໃດກໍຕາມ, ເມື່ອເບິ່ງພາບລວມແລ້ວເຫັນວ່າເສດຖະກິດມີການຂະຫຍາຍຕົວຕາມທີ່ວ່ານັ້ນແທ້, ແຕ່ມາເບິ່ງສະພາບຄວາມເປັນຈິງໃນດ້ານຊີວິດການເປັນຢູ່ຂອງປະຊາຊົນໃນສະພາບປັດຈຸບັນເຫັນວ່າມັນສວນທາງກັນກັບການຂະຫຍາຍຕົວທາງດ້ານເສດຖະກິດ ຍ້ອນວ່າລາຄາສິນຄ້າທຸກຢ່າງນັບມື້ຖີບຕົວສູງຂຶ້ນ. ຕົວຢ່າງ ເຂົ້າສານໜຽວສະເລ່ຍ 1 ໝື່ນ ແມ່ນແສນແປດໝື່ນຫີບຫາສອງແສນກວ່າກີບແລ້ວ, ຊີ້ນໝູສົດໜຶ່ງກິໂລລາຄາເກົ້າໝື່ນຫ້າພັນກີບ ຫາ ແສນໜຶ່ງໝື່ນກີບ, ໄຂ່ໄກ່ສາມພັນກີບຕໍ່ໜຶ່ງໜ່ວຍ, ປານິນສົດໂລລະ ຫ້າໝື່ນກີບ ແລະ ປາອື່ນໆສະເລ່ຍໂລລະເຈັດໝືນຫາໜຶ່ງແສນກີບ ຫລືຖ້າແມ່ນປາເກັດ, ປາໜັງທີ່ຫາຍາກກໍໂລລະແສນຫາສອງແສນກີບ. ນອກນັ້ນຍັງມີສິນຄ້າປະເພດອື່ນໆກໍມີລາຄາແພງຂື້ນເຊັ່ນດຽວກັນໃນທົ່ວສັງຄົມລາວ ແລະ ອີກສິ່ງໜຶ່ງທີ່ພວມມາກະທົບໜັກແກ່ປະຊາຊົນບັນດາເຜົ່າໃນປັດຈຸບັນກໍແມ່ນຄ່າກະແສໄຟຟ້າທະວີຄູນຂຶ້ນກາຍທົບເຄິ່ງຖ້າທຽບໃສ່ໃນສອງສາມປີຫລັງຜ່ານມາ. ຈາກສອງປັດໄຈໃຫຍ່ຄືລາຄາສິນຄ້າ ແລະ ນໍ້າມັນແພງ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນໂດຍລວມ ຈຸດໜັກກໍແມ່ນທະຫານ-ຕໍາຫລວດ, ພະນັກງານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ, ຜູ້ທີ່ມີລາຍຮັບຕໍ່າ.

ຈາກປັດໄຈໃຫຍ່ໆທີ່ໄດ້ກ່າວມານັ້ນ ຈຶ່ງຂໍໃຫ້ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ພ້ອມກັບລັດຖະບານຊຸດນີ້ ຊອກຫາທຸກວິທີທາງເພື່ອເປັນການແກ້ໄຂປາກທ້ອງຂອງປະຊາ ຊົນໃຫ້ມີຄວາມສະຫງົບອຸ່ນອ່ຽນທຸ່ນທ່ຽງ, ຢູ່ດີກິນດີ ສົມກັບຄໍາຂວັນທີ່ພັກ ແລະ ລັດຖະບານວາງອອກ ຄືທຸກສິ່ງທຸກຢ່າງເພື່ອປະຊາຊົນຮັບໃຊ້ປະຊາຊົນ ແລະ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນຄົນລາວທົ່ວປະເທດ.

ໂດຍ: ທິດກໍ່າ

- 4 - ກອງປະຊຸມສະພາຂໍໃຫ້ເລັ່ງແກ້ໄຂບັນຫາປາກທ້ອງ
- 5 - ກອງປະຊຸມສະພາຂໍໃຫ້ເລັ່ງແກ້ໄຂບັນຫາປາກທ້ອງ
- 3 - ກອງປະຊຸມສະພາຂໍໃຫ້ເລັ່ງແກ້ໄຂບັນຫາປາກທ້ອງ