ປະກາດການຈັດຕັ້ງ ກະຊວງອຸດສາຫະກຳ ແລະ ການຄ້າ


ວັນທີ 18 ມິຖຸນາ 2025 ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດການຈັດຕັ້ງພາຍຫຼັງການໂຮມ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ແລະ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເຂົ້າກັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ພົມມະທັດ, ກຳມະການກົມການເມືອງສູນກາງພັກ, ເລຂາທິການ ສູນກາງພັກ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ຜູ້ຊີ້ນໍາການໂຮມ ພບ ເຂົ້າກັບ ອຄ.


ທ່ານ ມະໄລທອງ ກົມມະສິດ, ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະ ມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານກ່ຽວກັບການກະກຽມ ແລະ ດໍາເນີນການປັບ ປຸງກົງຈັກການຈັດຕັ້ງໃນໄລຍະຜ່ານມາໃນການ ໂຮມ ພບ ແລະ ອຄ ເຂົ້າກັນ ແລະ ທິດທາງ ແຜນ ການໃນຕໍ່ໜ້າວ່າ: ພາຍຫຼັງມີມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງ ລັດຖະບານ, ຄະນະພັກ-ຄະນະນໍາ ຂອງ ພບ ແລະ ອຄ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂອງຕົນ, ພ້ອມທັງໄດ້ສະຫຼຸບ, ສັງລວມ ແລະ ຕີລາຄາການຈັດຕັ້ງປະຕິບັດວຽກງານຂອງກະຊວງຕົນໃນໄລຍະຜ່ານມາ ເພື່ອເປັນຖານຂໍ້ມູນ ໃນການຄົ້ນຄວ້າ ການປັບປຸງພາລະບົດບາດ, ສິດ, ໜ້າທີ່ ແລະ ໂຄງປະກອບກົງຈັກການຈັດຕັ້ງຂອງ ກະຊວງໃໝ່ ພາຍຫຼັງທີ່ໂຮມເຂົ້າກັນ. ຄະນະຜິດຊອບຂັ້ນກະຊວງ ແມ່ນປະກອບດ້ວຍ 3 ຄະນະຕົ້ນຕໍ ຄື: ຄະນະດ້ານເນື້ອໃນ, ຄະນະດ້ານບຸກຄະລາກອນ ແລະ ຄະນະດ້ານຊັບສິນ.


ໃນພິທີດັ່ງກ່າວ, ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ເປັນລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.
ຜ່ານແຈ້ງການຂອງ ຄະນະປັບປຸງກົງຈັກການຈັດຕັ້ງ ກ່ຽວກັບການຮັບຮອງກົງຈັກ ແລະ ບຸກຄະລາກອນຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ປະກາດແຕ່ງຕັ້ງຮອງລັດຖະມົນຕີ ມີ 3 ທ່ານ ຄື:
- ທ່ານ ປອ. ຈັນສະແຫວງ ບຸນຍົງ
- ທ່ານ ຈັນທະບູນ ສຸກອາລຸນ
- ທ່ານ ມະໂນທອງ ວົງໄຊ
ປະກາດແຕ່ງຕັ້ງຫົວໜ້າກົມ ມີ 15 ທ່ານ ຄື:
- ທ່ານ ປອ. ບົວວັນ ວິລະວົງ ເປັນຫົວໜ້າຫ້ອງການກະຊວງ;
- ທ່ານ ນາງ ແສງເດືອນ ວົງອິນ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ;
- ທ່ານ ພຸດທະວັນ ນັນທະວົງ ເປັນຫົວໜ້າກົມກວດກາ;
- ທ່ານ ນາງ ສັນຕິສຸກ ພິມພະຈັນ ເປັນຫົວໜ້າກົມນະໂຍບາຍ, ແຜນພັດທະນາ ແລະ ປະເມີນຜົນ;
- ທ່ານ ປອ ບຸນເພັງ ສີບຸນເຮືອງ ເປັນຫົວໜ້າກົມອຸດສາຫະກຳປຸງແຕ່ງ;
- ທ່ານ ເພັດສະຫວັນ ລັດຕະນະທົງໄຊ ເປັນຫົວໜ້າກົມພະລັງງານ;
- ທ່ານ ບຸນຍົງ ສີດາວົງ ເປັນຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່;
- ທ່ານ ໄຊຊະນະ ໄຊຍະກອນ ເປັນຫົວໜ້າກົມເຈລະຈາ ແລະ ຮ່ວມມືສາກົນ;
- ທ່ານ ສັນຕິສຸກ ພູນສະຫວັດ ເປັນຫົວໜ້າກົມ ການຄ້າພາຍໃນ;
- ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ເປັນຫົວໜ້າກົມການຄ້າຕ່າງປະເທດ;
- ທ່ານ ໄຊສົມເພັດ ນໍລະສິງ ເປັນຫົວໜ້າກົມ ຄຸ້ມຄອງຊັບສິນທາງປັນຍາ;
- ທ່ານ ສີສັງຄົມ ໂຄດໂຍທາ ເປັນຫົວໜ້າກົມມາດຕະຖານ ແລະ ວັດແທກ;
- ທ່ານ ອະພິສິດ ແສງສຸລິວົງ ເປັນຫົວໜ້າກົມຄຸ້ມຄອງວິສາຫະກິດ;
- ທ່ານ ນາງ ມະນີວອນ ວົງໄຊ ເປັນຫົວໜ້າກົມ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະ
ໜາດນ້ອຍ ແລະ ກາງ; - ສະຫາຍ ປອ ອະນຸສັກ ພົງສະຫວັດ ເປັນຫົວໜ້າສະຖາບັນອຸດສາຫະກຳ ແລະ ພະລັງານ.