ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ


ພິທີປະກາດກົງຈັກການຈັດຕັ້ງ ໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ ດຳເນີນໄປໃນ ວັນທີ 18 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ. ມີທ່ານ ລັດຖະມົນຕີ, ຮອງລັດຖະມົນຕີກະຊວງພາຍໃນ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າກົມ, ຮອງກົມ ແລະ ພະນັກທັງໝົດຂອງ ສອງພາກສ່ວນເຂົ້າຮ່ວມ.


ທ່ານ ປອ. ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ລາຍງານສະພາບລວມ ແລະ ການຈັດຕັ້ງປະຕິບັດວຽກງານ ປັບປຸງກົງຈັກການຈັດຕັ້ງ ໂດຍປະຕິບັດຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025, ມະຕິ ກອງປະຊຸມຂອງ ສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ການປັບປຸງການຈັດຕັ້ງ ຂອງລັດຖະບານ ສະບັບເລກທີ 05/ສພຊ,ລົງວັນທີ 20 ມີນາ 2025 ເຊິ່ງໄດ້ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຂອງກະຊວງ-ອົງການ. ໃນນີ້, ໂຮມເອົາກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ. ດ້ານໂຄງປະກອບການຈັດຕັ້ງ ພາຍຫລັງໂຮມເຂົ້າກັນ ປະກອບມີ 12 ຫົວໜ່ວຍຂັ້ນກົມ.


ທ່ານ ລີວົງ ລາວລີ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ຜ່ານລັດຖະດຳລັດແຕ່ງຕັ້ງ ແລະ ໄດ້ປະກາດ ຄະນະຈັດຕັ້ງສູນກາງພັກ ຊຸດໃໝ່ ເຊິ່ງປະກອບມີ 4 ທ່ານ ຄື:
- ທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ
- ທ່ານ ປອ.ວິໄລວົງ ບຸດດາຄຳ ຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ
- ທ່ານ ປອ ວິສຸກ ພົມພິທັກ ຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ
- ທ່ານ ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ


ຫົວໜ້າກົມ ມີ 12 ທ່ານ ຄື:
- ທ່ານ ວັນນະ ບຸບຜາ ຫົວໜ້າຫ້ອງການ
- ທ່ານ ວຽນທອງ ສິງຄຳພັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ
- ທ່ານ ຕ໋ອງ ພູມມີພັນ ຫົວໜ້າກົມກວດກາ
- ທ່ານ ພູຂົງ ພິລາເພັດ ຫົວໜ້າກົມກໍ່ສ້າງພັກ
- ທ່ານ ພອນສະຫວັນ ໄຊຊະນະ ຫົວໜ້າກົມ ກົງຈັກການຈັດຕັ້ງພັກ
- ທ່ານ ສຸລິຍາ ພົມມິສິດ ວ່າການ ຫົວໜ້າກົມຄຸ້ມຄອງພະນັກງານ
- ທ່ານ ວຽງເພັດ ແສງທອງ ຫົວໜ້າ ກົມກໍ່ສ້າງພະນັກງານ
- ທ່ານ ທອງສະຫວັນ ປັນຍາວິຈິດ ຫົວໜ້າກົມ ຄຸ້ມຄອງລັດຖະກອນ ແລະ ພາລະກອນ
- ທ່ານ ບຸນຈັນ ນິຍະວົງ ຫົວໜ້າກົມ ປົກຄອງທ້ອງຖິ່ນ
- ທ່ານ ຄຳກອງ ລາວລີ ຫົວໜ້າກົມ ແຂ່ງຂັນ-ຍ້ອງຍໍ
- ທ່ານ ສຸລິວັນ ອ່ອນຕາວົງ ຫົວໜ້າກົມພັດທະນາການບໍລິຫານລັດ
- ທ່ານ ປອ. ນາງ ຈັນທາ ອ່ອນໄຊວຽງ ຫົວໜ້າ ສະຖາບັນຄົ້ນຄວ້າວຽກງານຈັດຕັ້ງ ແລະ ການປົກຄອງ.
ພາບຂ່າວ: ຂ່າວສານ ພາຍໃນ