ອາເມລິກາຂຶ້ນບັນຊີດຳບຸກຄົນທີ່ລະເມີດ ສິດທິມະນຸດ ແລະ ສຸຈະລິດທົ່ວໂລກ
ອາເມລິກາປະກາດຂຶ້ນບັນຊີດຳບຸກຄົນທີ່ຖືກກ່າວຫາວ່າ: ກະທຳການລະເມີດສິດທິມະນຸດ ແລະ ສຸຈະລິດທົ່ວໂລກ, ພາຍຫລັງກົດໝາຍໃໝ່ຂອງອາເມລິກາໃນເລື່ອງນີ້ມີຜົນບັງຄັບໃຊ້.
Trump Administration launches new sanctions regime targeting human rights abusers and corrupt actors around the world, building on the Global Magnitsky Human Rights Accountability Act: https://t.co/WjwfRDadOP
— Treasury Department (@USTreasury) December 21, 2017
ນັກການທູດອາເມລິກາ ແລະ ເຈົ້າໜ້າທີ່ດ້ານການເງິນໃຊ້ເວລາປະມານ 1 ປີ ໃນການຮວບຮວມຫລັກຖານຂອງບຸກຄົນລະດັບຊັ້ນນຳ ແລະ ບໍລິສັດຕ່າງໆ ລວມ 14 ລາຍຊື່ ກໍໄດ້ລົງນາມໃນຄຳສັ່ງທາງການບໍລິຫານອາຢັດຊັບສິນຂອງບຸກຄົນທັງ 14 ຄົນ ທີ່ຢູ່ໃນທະນາຄານ ຫລື ເປັນສິນຊັບທີ່ຢູ່ໃນແຜ່ນດິນອາເມລິກາ ໂດຍໜຶ່ງໃນຜູ້ທີ່ຢູ່ໃນບັນຊີດຳນີ້ ໄດ້ແກ່ ພົນເອກ ໝ່ອງ ໝ່ອງ ໂຊ ຂອງມຽນມາ ເຊິ່ງຖືກກ່າວຫາວ່າ: ເປັນຜູ້ນຳໃນການລ້າງເຜົ່າພັນຊາວມຸດສະລິມໂຣຮິງຢາໃນມຽນມາ ໂດຍໃນຖານະຜູ້ບັນຊາການກອງກຳລັງຕາເວັນຕົກ, ທ່ານເປັນຜູ້ສັ່ງການ ແລະ ເບິ່ງແຍງການສັງການ, ການກໍ່ຄວາມຮຸນແຮງທາງເພດ, ການຈັບກຸມຕາມລຳພັງໃຈ ແລະ ການເຜົາເຮືອນຊາວໂຣຮິງຢາໃນລັດຍະໄຂ່. ໃນບັນຊີດຳນີ້ ຍັງມີເຈົ້າໜ້າທີ່ ແລະ ນັກທຸລະກິດຈາກຣັດເຊຍ, ຈີນ, ອູແກຣນ, ກົວເຕມາລາ, ປາກິດສະຖານ, ແຊັກບີ, ສາທາລະນະລັດໂດມິນິກັນ ແລະ ສາທາລະນະລັດປະຊາທິປະໄຕກົງໂກ ລວມຢູ່ນຳ. ທ່ານ ເຣັກ ທິວເລີສັນ ລັດຖະມົນຕີຕ່າງປະເທດອາເມລິກາ ກ່າວວ່າ: ມາດຕະການຂອງອາເມລິກາໃນຄັ້ງນີ້ ເປັນການສົ່ງເສີມຄວາມໝັ້ນຄົງໃນອາເມລິກາ ລວມທັງພັນທະມິດ ແລະ ຫຸ້ນສ່ວນຂອງອາເມລິການຳອີກ.