ບາງເລື່ອງໜ້າຮູ້ກ່ຽວກັບອາຫານເສີມນຳ້ມັນປາ
ແມ່ຍິງທີ່ກຳລັງຖືພາຫລາຍຄົນນິຍົມກິນນຳ້ມັນປາເສີມ ຍ້ອນເຊື່ອວ່າມັນຈະຊ່ວຍພັດທະນາສະໝອງຂອງລູກໃນທ້ອງ ແລະ ຍັງມີການເວົ້າວ່າຜະລິດຕະພັນເສີມອາຫານຊະນິດນີ້ຊ່ວຍຫລຸດອາການຊຶມເສົ້າຫລັງເກີດລູກໄດ້ນຳ.
ເດລີ່ ເທເລກຣາບ ລາຍງານວ່າ : ຈາກການວິໄຈຂອງມະຫາວິທະຍາໄລ ແອດິເລດ ອົດສະຕຣາລີ ພົບວ່າ : ອາການຊຶມເສົ້າຫລັງເກີດລູກຂອງແມ່ຍິງທີ່ກິນ ແລະ ບໍ່ກິນນຳ້ມັນປາລະຫ່ວາງເກີດລູກບໍ່ແຕກຕ່າງກັນ. ນອກຈາກນີ້, ລະດັບຄວາມຈື່ຈຳຂອງລູກອາຍຸ 18 ເດືອນຂອງພວກນາງກໍຢູ່ໃນລະດັບໃກ້ຄຽງກັນນຳອີກ.
ການວິໄຈດັ່ງກ່າວມີຜູ້ເຂົ້າຮ່ວມ 2.400 ຄົນ, ໃຊ້ໄລຍະເວລາ 6 ປີ ໂດຍອາສາສະໝັກເຄິ່ງໜຶ່ງຈະກິນນຳ້ມັນປາໃນໄລຍະ 3 ເດືອນສຸດທ້າຍກ່ອນເກີດລູກ. ສ່ວນອີກກຸ່ມໜຶ່ງໄດ້ຮັບຢາຫລອກເປັນນຳ້ມັນພືດ.
ສາດສະດາຈານ ມາເຣຍ ມາໄຄຣເດສ ຈາກສູນໂພຊະນາການມະນຸດຂອງມະຫາວິທະຍາໄລແອດິເລດ ກ່່າວວ່າ : ຜົນການວິໄຈດັ່ງກ່າວສະແດງໃຫ້ເຫັນວ່າຄຳແນະນຳໃຫ້ເພີ່ມການບໍລິໂພກກົດໄຂມັນໂອເມກ້າ 3 ລະຫ່ວາງການຖືພາບໍ່ມີຫລັກຖານທີ່ໜ້າເຊື່ອຖືມາຮອງຮັບຢ່າງເປັນທາງການ. ສະນັ້ນຜູ້ບໍລິໂພກຈຶ່ງຕ້ອງສຶກສາເຖິງປະໂຫຍດ ແລະ ຄວາມສ່ຽງທີ່ມີຕໍ່ແມ່ ແລະ ເດັກໃຫ້ຈະແຈ້ງກ່ອນຈຶ່ງກິນ ເພາະໄຂມັນໂອເມກ້າ 3 ນີ້ ເຮົາສາມາດໄດ້ຮັບຈາກປາ, ໄຂມັນໃນສັດ ແລະ ພືດບາງຊະນິດຢ່າງພຽງພໍຢູ່ແລ້ວ ເຊິ່ງບາງເທື່ອກໍບໍ່ຈຳເປັນຕ້ອງກິນເສີມ, ແຕ່ຖ້າຮ່າງກາຍຂາດວິຕາມິນຊະນິດນີ້ແທ້ໆກໍຄວນຈະກິນເສີມກໍໄດ້ ໂດຍສະເພາະຜູ້ທີ່ໃຊ້ສາຍຕາເຮັດວຽກ.