ສີໂຄດຕະບອງຄອງຫລຽນຄໍາການແຂ່ງຂັນ ຄາຣາເຕ້ໂດ້ທົ່ວປະເທດ 2017
ທ້າຍອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນໄດ້ປິດການແຂ່ງຂັນຄາຣາເຕ້ໂດ້ທົ່ວປະເທດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມພູ ພົງສາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີປະທານ, ຮອງປະທານຄາຣາເຕ້ໂດ້ ພ້ອມດ້ວຍນັກກິລາເຂົ້າຮ່ວມ 7 ສະໂມສອນ. ຂະນະທີ່ສະໂມສອນຄາຣາເຕ້ໂດ້ສີໂຄດຕະບອງຄອງຫລຽນຄໍາໃນການແຂ່ງຂັນຄັ້ງນີ້.
ທ່ານ ພົງສະຫວັດ ບຸບຜາ ປະທານຈັດການແຂ່ງຂັນ ກ່າວວ່າ: ໂດຍອີງຕາມແຜນການເຄື່ອນ ໄຫວປະຈໍາປີຂອງສະຫະພັນຄາຣາເຕ້ໂດ້ແຫ່ງຊາດລາວ ເພື່ອໃຫ້ມີການຝຶກຊ້ອມກຽມຄວາມພ້ອມໃນການແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດທີ່ຈະມາເຖິງ ທັງລະບົບການດໍາເນີນງານຂອງຄະນະກໍາມະການ, ວິຊາການດ້ານເຕັກນິກ ແລະ ນັກກິລາທີ່ມີຄວາມຮູ້, ຄວາມສາມາດກຽມຄວາມພ້ອມເຂົ້າຮ່ວມງານກິລາແຫ່ງຊາດແຂວງຊຽງຂວາງເປັນເຈົ້າພາບ ໃນປີ 2018 ພ້ອມທັງເຂົ້າຮ່ວມແຂ່ງຂັນລະດັບພາກພື້ນ ແລະ ສາກົນ. ດັ່ງນັ້ນ ທາງຄະນະສະຫະພັນຄາຣາເຕ້ໂດແຫ່ງຊາດຈຶ່ງຈັດການແຂ່ງຂັນຄັ້ງນີ້ຂຶ້ນ, ສໍາລັບການແຂ່ງຂັນມີ 2 ປະເພດຄື: ຟ້ອນດ່ຽວ ແລະ ຕີກຸມິເຕ້. ຜ່ານການແຂ່ງຂັນຜົນປາກົດວ່າ: ສະໂມສອນ ຄາຣາເຕ້ໂດ ສີໂຄດຕະບອງ ເປັນເຈົ້າຫລຽນ ເຊິ່ງສາມາດຍາດໄດ້ 12 ຫລຽນຄໍາ, 12 ຫລຽນເງິນ, 15 ຫລຽນທອງ; ອັນດັບທີ 2 ສະໂມສອນຊາວໜຸ່ມລາວ ຄາຣາເຕ້ໂດ້ ສາມາດຍາດໄດ້ 4 ຫລຽນຄໍາ, 2 ຫລຽນເງິນ, 9 ຫລຽນທອງ; ອັນດັບທີ 3 ສະໂມສອນ ລາວໂຊໂຕກັງ ຄາຣາເຕ້ໂດ ສາມາດຍາດໄດ້ 4 ຫລຽນຄໍາ, 6 ຫລຽນທອງ; ອັນດັບທີ 4 ສະໂມສອນ ລາວເຈເຄເອ ຄາຣາເຕ້ໂດ້ ສາມາດຍາດໄດ້ 3 ຫລຽນຄໍາ, 4 ຫລຽນເງິນ 15 ຫລຽນທອງ; ອັນດັບທີ 5 ໂຮງຮຽນພອນສະຫວັນກິລາ-ກາຍະກໍາ ຍາດໄດ້ 2 ຫລຽນຄໍາ, 6 ຫລຽນເງິນ, 4 ຫລຽນທອງ; ອັນດັບທີ 6 ສະໂມສອນຄາຣາເຕ້ໂດ້ ຊີໂຕຣິວ ລາວ ຍາດໄດ້ 1 ຫລຽນຄໍາ, 3 ຫລຽນເງິນ 3 ຫລຽນທອງ; ອັນດັບທີ 7 ສະໂມສອນ ກອງທັບປະຊາຊົນລາວ ຍາດໄດ້ 1 ຫລຽນຄໍາ, 1 ຫລຽນທອງ.