10 ເຫດການທາງການເມືອງເດັ່ນຢູ່ລາວໃນປີ 2017


ປີ 2017 ນີ້, ເປັນອີກປີໜຶ່ງທີ່ມີຫລາຍເຫດການທາງການເມືອງພົ້ນເດັ່ນເກີດຂຶ້ນຢູ່ປະເທດເຮົາ ແລະ ໜັງສືພີມລາວພັດທະນາໄດ້ຄັດຈ້ອນເອົາພຽງ 10 ເຫດການສໍາຄັນມານໍາສະເໜີຄື: ອັນດັບ 10 ແມ່ນການມາຢ້ຽມຢາມທາງລັດຖະກິດ ສປປ ລາວຢ່າງເປັນທາງການຂອງປະທານາທິບໍສິງກະໂປ ດຣ ໂທນີ ທານ ເກັງ ຍໍາ ໃນວັນທີ 11-14 ມັງກອນ ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງຊາດລາວ-ສິງກະໂປ ໃຫ້ແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ໂດຍ ສປປ ລາວ ແລະ ສິງກະໂປໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1974 ເປັນຕົ້ນມາ ແລະ ການຢ້ຽມຢາມລາວຄັ້ງນີ້, ທ່ານປະທານາທິບໍດີສິງກະໂປໄດ້ພົບປະສອງຝ່າຍກັບປະທານປະເທດ ບຸນຍັງ ວໍລະຈິດ, ໄປຢ້ຽມຊົມພະທາດຫລວງວຽງຈັນ, ມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະ ຢ້ຽມຢາມແຂວງຫລວງພະບາງ.
ອັນດັບ 9 ແມ່ນພິທີເປີດນໍາໃຊ້ດ່ານສາກົນໜອງນົກຂຽນ-ຕຣາປຽງກຣຽນ (ແຂວງຈໍາປາສັກ ສປປ ລາວ ແລະ ແຂວງຊຽງແຕງຣາຊະອານາຈັກກໍາປູເຈຍໃນວັນທີ 10 ມັງກອນ, ໂດຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີລາຊະອານາຈັກກໍາປູເຈຍ, ຊຶ່ງດ່ານແຫ່ງນີ້ໄດ້ຮັບການຍົກລະດັບຈາກດ່ານທ້ອງຖິ່ນເປັນດ່ານສາກົນແຫ່ງທໍາອິດລະຫວ່າງສອງປະເທດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄົມມະນາຄົມຂົນສົ່ງ, ການຄ້າ-ການລົງທຶນ, ແລກປ່ຽນສີນຄ້າ, ການທ່ອງທ່ຽວ ແລະ ໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດມີຄວາມສະດວກວ່ອງໄວ.
ອັນດັບ 8 ແມ່ນກອງປະຊຸມປຶກສາຫາລືແຜນພັດທະນາລະບົບການຂົນສົ່ງແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມຄັ້ງທີ 10 ຢູ່ນະຄອນຫລວງວຽງຈັນ, ໂດຍມີຄະນະຜູ້ແທນເຂົ້າຮ່ວມຫລາຍກວ່າ 40 ປະເທດ, ໂດຍກອງປະຊຸມໄດ້ປຶກສາຫາລືໃນ 6 ບັນຫາສໍາຄັນທີ່ນອນໃນແຜນດໍາເນີນງານວ່າດ້ວຍການຂົນສົ່ງແບບຍຶນຍົງຮອດປີ 2030.
ອັນດັບ 7 ແມ່ນຜູ້ອໍານວຍການໃຫຍ່ອົງການສະຫະປະຊາຊາດເພື່ອການພັດທະນາ (ສປຊ) ທ່ານນາງ ເຮເລນ ກຣາກ ມາຢ້ຽມຢາມ ສປປ ລາວ ໃນວັນທີ 12-12 ມີນາ ແລະ ໄດ້ພົບປະກັບການນໍາຂັ້ນສູງຂອງລາວເພື່ອປຶກສາຫາລືຂອບການຮ່ວມມືລະຫວ່າງ ສປປ ລາວ ແລະ ສປຊ ໃນການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍພັດທະນາແບບຍືນຍົງ.
ອັນດັບ 6 ແມ່ນການຢ້ຽມຢາມຢ່າງເປັນທາງການຂອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຝຸກ ໃນວັນທີ 26-27 ເມສາ, ຊຶ່ງເປັນການຢ້ຽມຄັ້ງທໍາອິດພາຍຫລັງໄດ້ຮັບດໍາລົງຕໍາແໜ່ງນາຍົກລັດຖະມົນຕີຫວຽດນາມ ແລະ ເປັນການເຄື່ອນໄຫວກິດຈະກໍາສະເຫລີມສະຫລອງປີສາມັກຄີມິດຕະພາບລາວ-ຫວຽດນາມ.
ອັນດັບ 5 ແມ່ນພິທີໂຮມຊຸມນຸມໃຫຍ່ສະເຫລີມສະຫລອງ 2 ວັນປະຫວັດສາດລາວ-ຫວຽດນາມຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 40 ປີ (18 ກໍລະກົດ 1977-18 ກໍລະກົດ 2017) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 55 ປີ (5 ກັນຍາ 1962-5 ກັນຍາ 2017) ໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍມີທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງສປປ ລາວ, ພ້ອມດ້ວຍການນໍາຂັ້ນສູງ ແລະ ຫວຽດນາມເຂົ້າຮ່ວມ.
ອັນດັບ 4 ແມ່ນການຖະແຫລງຂ່າວຂອງສອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ສົມເດັດ ຮຸນເຊນ ກ່ຽວກັບການເປັນເອກະພາບກັນແກ້ໄຂບັນຫາຊາຍແດນຮ່ວມກັນດ້ວຍສັນຕິລະຫວ່າງລາວ ແລະ ກໍາປູເຈຍ ໃນວັນທີ 12 ສິງຫານີ້, ຢູ່ນະຄອນຫລວງວຽງຈັນ, ເພື່ອແນ່ໃສສ້າງຊາຍແດນສອງຝ່າຍໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາຕະຫລອດໄປ.
ອັນດັບ 3 ແມ່ນກອງປະຊຸມເຈົ້າແຂວງ ແລະ ຜູ້ວ່າລາຊະການຈັງຫວັດຊາຍແດນລາວ-ໄທຄັ້ງທີ 10 ໄດ້ຈັດຂຶ້ນໃນວັນທີ 28 ກັນຍາ, ຢູ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມລະຫວ່າງທ່ານພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລະ ທ່ານພົນເອກ ອະນຸພົງ ເຜົ່າຈິນດາ ລັດຖະມົນຕີກະຊວງມະຫາດໄທ. ໂດຍສອງຝ່າຍໄດ້ຕົກລົງເປັນເອກະພາບເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຕາມຊາຍແດນ, ເພື່ສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ລວມເຖິງການສະໜັບສະໜູນການປັກຫລັກໝາຍຊາຍແດນຮ່ວມກັນໃຫ້ສໍາເລັດໂດຍໄວ.
ອັນດັບ 2 ແມ່ນການຢ້ຽມຢາມທາງລັດຖະກິດ ສປປ ລາວຂອງສະຫາຍສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈິນປະທານປະເທດແຫ່ງ ສປຈີນ ໃນລະຫວ່າງວັນທີ 13-14 ພະຈິກ ແລະ ໄດ້ພົບປະຢ່າງເປັນທາງການກັບສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ເພື່ອຮັດແຫນ້ນສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານຫມັ້ນຄົງຍາວນານຕາມທິດ 4 ດີທີ່ມີມູນເຊື້ອແຫ່ງມິດຕະພາບ ແລະ ການຮ່ວມມືອັນຫນັກແຫນ້ນມາແລ້ວນັ້ນໃຫ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ເປັນສັກຂີພິຍານການລົງນາມເອກະສານການຮ່ວມມືອີກຈຳນວນ 17 ສະບັບ ແລະ ເຂົ້າຮ່ວມພິທີວາງສີລາລືກໂຄງການກໍ່ສ້າງອາຄານໂຮງໝໍມະໂຫສົດຫລັງໃໝ່ສູງ 8 ຊັ້ນຂະໜາດ 600 ຕຽງ, ແມ່ນໄດ້ຮັບທຶນຊ່ວຍເຫລືອລ້າຈາກ ສປຈີນ ໃນມູນຄ່າການກໍ່ສ້າງປະມານ 646 ລ້ານຢວນເພື່ອແນໃສ່ຍົກລະດັບຄຸນນະພາບການບໍລິການດ້ານສາທາລະນະສຸກໃຫ້ດີ ແລະ ທັນສະໄໝຂຶ້ນກວ່າເກົ່າ.
ອັນດັບ 1 ແມ່ນພິທີປິດປີສາມັກຄີປີສາມັກຄີມິດຕະພາບລາວ-ຫວຽດນາມ 2017 ໃນວັນທີ 20 ທັນວາ, ທີ່ທຳນຽບປະທານປະເທດ ສສ ຫວຽດນາມ, ໂດຍການຮ່ວມຖະແຫລ່ງຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານ ປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ເຈິ່ນ ດ້າຍ ກວາງ ປະທານປະເທດແຫ່ງ ສສ ຫວຽດນາມ, ໂດຍສອງຝ່າຍໄດ້ຕີລາຄາຢ່າງໝົດຈິດໝົດໃຈວ່າ: ບັນດາກິດຈະກໍາເຄື່ອນໄຫວຕ່າງໆໃນປີສະຫລອງ 2 ວັນສໍາຄັນດັ່ງກ່າວນັ້ນ, ໄດ້ເຊື່ອມຊືມເຂົ້າໃນອາລົມຈິດຂອງປະຊາຊົນທັງສອງປະເທດ, ພິເສດ ແມ່ນໄດ້ຊ່ວຍເຮັດໃຫ້ຄົນຮຸ້ນໜຸ່ມຂອງສອງປະເທດຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງກວ່າເກົ່າຕໍ່ປະຫວັດສາດຄວາມເປັນມາ ແລະ ຄວາມໝາຍອັນເລີກເຊີ່ງແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໝັ້ນຄົງທະນົງແກ່ນຕະຫລອດການລະນານ.