ເອີຣົບຮ້ອນອົບເອົ້າ ຫລາຍປະເທດອອກປະກາດເຕືອນໄພຄື້ນຄວາມຮ້ອນໜັກສຸດໃນຮອບປີ

ເອີຣົບກໍາລັງຜະເຊີນຄື້ນຄວາມຮ້ອນຮຸນແຮງໃນຕົ້ນເດືອນກໍລະກົດ 2025 ຫລາຍປະເທດຕ້ອງປະກາດເຕືອນໄພ ແລະ ໃຊ້ມາດຕະການປ້ອງກັນຮີບດ່ວນ ຫລັງອຸນຫະພູມເພີ່ມສູງເກີນ 40 ອົງສາ ໂດຍສະເພາະໃນບາງພື້ນທີ່ຂອງປ໋ອກຕຸຍການສູງເຖິງ 46.6 ອົງສາ ແລະ ທາງພາກໃຕ້ຂອງແອັສປາຍສູງເຖິງ 46 ອົງສາ.
- ປ໋ອກຕຸຍການ, ແອັສປາຍ, ຝຣັ່ງ ແລະ ອິຕາລີ ຖືເປັນກຸ່ມປະເທດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ.
- ຝຣັ່ງ ອອກປະກາດເຕືອນໄພລະດັບ “ແດງ” ໃນ 16 ແຄວ້ນ ແລະ ລະດັບ “ສົ້ມ” ໃນອີກ 68 ແຄວ້ນ ເຮັດໃຫ້ໂຮງຮຽນ 1,350 ກວ່າແຫ່ງ ຕ້ອງປິດການຮຽນ-ການສອນ. ຂະນະທີ່ຫໍໄອເຟລຕ້ອງປິດຊັ້ນເທິງສຸດເພື່ອຄວາມປອດໄພຂອງນັກທ່ອງທ່ຽວ.
- ອິຕາລີ ສັ່ງຫ້າມເຮັດວຽກກາງແຈ້ງໃນໄລຍະເວລາຮ້ອນທີ່ສຸດຂອງມື້ໃນບາງພື້ນທີ່, ພ້ອມອອກປະກາດເຕືອນໄພລະດັບແດງໃນ 17 ເມືອງໃຫຍ່.
- ເກຣັກ, ສະວິດ, ເຢຍລະມັນ ແລະ ຕວກກີ ອອກປະກາດເຕືອນໄພເຊັ່ນກັນ, ຫລາຍພື້ນທີ່ຕ້ອງຮັບມືບັນຫາໄຟໄໝ້ປ່າທີ່ລຸກລາມຈາກຄວາມຮ້ອນ ແລະ ລົມແຮງ.
ອຸນຫະພູມຂອງທະເລເມດິເຕີເຣນຽນທີ່ເພີ່ມສູງຂຶ້ນຍັງເປັນອີກປັດໄຈທີ່ຊໍ້າຕື່ມໃຫ້ຄື້ນຄວາມຮ້ອນໃນຄັ້ງນີ້ຮຸນແຮງຍິ່ງຂຶ້ນ.
ໜ່ວຍງານສາທາລະນະສຸກໃນຫລາຍປະເທດແນະນໍາໃຫ້ກຸ່ມສ່ຽງເຊັ່ນ: ເດັກນ້ອຍ, ຜູ້ສູງອາຍຸ ແລະ ຜູ້ມີພະຍາດປະຈໍາຕົວ ຫລີກລ່ຽງກິດຈະກໍາກາງແຈ້ງ, ພັກຜ່ອນໃນບ່ອນທີ່ເຢັນ, ດື່ມນໍ້າຫລາຍໆ ແລະ ລະມັດລະວັງອາການຂອງສະພາບຂາດນໍ້າ ແລະ ລົມແດດ.
ນັກອຸຕຸນິຍົມວິທະຍາລະບຸວ່າ: ຄື້ນຄວາມຮ້ອນທີ່ເກີດຂຶ້ນໃນປີນີ້ຖືວ່າໄວຜິດປົກກະຕິໃນລະດູຮ້ອນ ແລະ ຮຸນແຮງຂຶ້ນຈາກສະພາບໂລກຮ້ອນ ໂດຍເອີຣົບກໍາລັງຜະເຊີນອຸນຫະພູມທີ່ສູງຂຶ້ນໄວເປັນ 2 ເທົ່າຂອງຄ່າສະເລ່ຍທົ່ວໂລກ.
ຄາດວ່າຄື້ນຄວາມຮ້ອນນີ້ຈະຍັງປົກຄຸມເອີຣົບອີກຫລາຍວັນ ກ່ອນຈະເລີ່ມບັນເທົາລົງບາງສ່ວນໃນທ້າຍອາທິດນີ້, ແຕ່ຍັງມີປະກາດເຕືອນໄພຫລາຍພື້ນທີ່ຍັງມີຜົນຕໍ່ເນື່ອງ.