ໄມໂຄຣຊັອບປົດພະນັກງານ 9,000 ຄົນທົ່ວໂລກ ເລັງປັບໂຄງສ້າງອົງກອນຮອງຮັບ AI

- 222 2 - ໄມໂຄຣຊັອບປົດພະນັກງານ 9,000 ຄົນທົ່ວໂລກ ເລັງປັບໂຄງສ້າງອົງກອນຮອງຮັບ AI
- kitchen vibe - ໄມໂຄຣຊັອບປົດພະນັກງານ 9,000 ຄົນທົ່ວໂລກ ເລັງປັບໂຄງສ້າງອົງກອນຮອງຮັບ AI

        ໄມໂຄຣຊັອບ (Microsoft) ປົດພະນັກງານຮອບລ້າສຸດໃນປີ 2025 ໂດຍປະກາດປົດພະນັກງານສູງເຖິງ 9,000 ຄົນ ປະມານ 4% ຂອງຈໍານວນພະນັກງານທັງໝົດປະມານ 228,000 ຄົນທົ່ວໂລກ ໂດຍຖືເປັນຮອບທີ 4 ຂອງການຫລຸດບຸກຄະລາກອນໃນປີນີ້ ເຊິ່ງກ່ອນໜ້ານີ້ໃນເດືອນພຶດສະພາ ໄມໂຄຣຊັອບໄດ້ຫລຸດຕໍາແໜ່ງວຽກໄປແລ້ວ 6,000 ຕໍາແໜ່ງ.

         ການປົດພະນັກງານຄັ້ງນີ້ຈະສົ່ງຜົນກະທົບຕໍ່ຫລາຍພະແນກ ເຖິງວ່າບໍລິສັດບໍ່ໄດ້ລະບຸຊື່ພະແນກຢ່າງເປັນທາງການ, ແຕ່ລາຍງານຂ່າວຊີ້ວ່າ: ໜ່ວຍທຸລະກິດເກມວິດີໂອຄື Xbox ຈະໄດ້ຮັບຜົນກະທົບເຊັ່ນກັນ. ຂະນະທີ່ຖານຂໍ້ມູນຂອງລັດວໍຊິງຕັນບົ່ງຊີ້ວ່າ: ມີຕໍາແໜ່ງວຽກ 800 ກວ່າຕໍາແໜ່ງທີ່ຖືກເລີກຈ້າງໃນເມືອງເຣດມອນ ເຊິ່ງເປັນສໍານັກງານໃຫຍ່ຂອງບໍລິສັດ ແລະ ຢູ່ເມືອງເບລວິວ ເຊິ່ງເປັນສູນປະຕິບັດການອີກແຫ່ງໜຶ່ງໃນລັດດຽວກັນ.

         ການປັບໂຄງສ້າງອົງກອນຄັ້ງນີ້ມີຂຶ້ນໃນຂະນະທີ່ໄມໂຄຣຊັອບກໍາລັງເລັ່ງເດີນໜ້າລົງທຶນຢ່າງມະຫາສານໃນເຕັກໂນໂລຊີປັນຍາປະດິດ (AI) ໂດຍກຽມໃຊ້ງົບປະມານສູງເຖິງ 8 ໝື່ນລ້ານໂດລາສະຫະລັດ ເພື່ອສ້າງສູນຂໍ້ມູນຂະໜາດໃຫຍ່ສໍາລັບຮອງຮັບການຝຶກລະບົບ AI.

         ທັງນີ້, ໄມໂຄຣຊັອບ ລະບຸວ່າ: ການປ່ຽນແປງທີ່ເກີດຂຶ້ນມີເປົ້າໝາຍເພື່ອກຽມຄວາມພ້ອມໃຫ້ບໍລິສັດສາມາດຮັບມືສະພາບຕະຫລາດທີ່ປ່ຽນແປງຢ່າງວ່ອງໄວ ແລະ ເພີ່ມຄວາມແຂງແຮງຂອງອົງກອນໃນໄລຍະຍາວ.

- 5 - ໄມໂຄຣຊັອບປົດພະນັກງານ 9,000 ຄົນທົ່ວໂລກ ເລັງປັບໂຄງສ້າງອົງກອນຮອງຮັບ AI
- 4 - ໄມໂຄຣຊັອບປົດພະນັກງານ 9,000 ຄົນທົ່ວໂລກ ເລັງປັບໂຄງສ້າງອົງກອນຮອງຮັບ AI
- 3 - ໄມໂຄຣຊັອບປົດພະນັກງານ 9,000 ຄົນທົ່ວໂລກ ເລັງປັບໂຄງສ້າງອົງກອນຮອງຮັບ AI