ເມືອງປາກແຊງກຽມຈັດກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ 2018

- 20479631 108398159844731 6105930023420421058 n - ເມືອງປາກແຊງກຽມຈັດກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ 2018
- kitchen vibe - ເມືອງປາກແຊງກຽມຈັດກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ 2018

ທ່ານເຈົ້າເມືອງປາກແຊງ, ແຂວງຫລວງພະບາງ, ໄດ້ລາຍ ງານກ່ຽວກັບການ ກະກຽມຈັດ ກິດຈະກຳຕ່າງໆ ເພື່ອຕ້ອນຮັບ ປີທ່ອງທ່ຽວວ່າ: ທ່ອງທ່ຽວ ແມ່ນວຽກງານໜຶ່ງທີ່ສຳຄັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ທັງໃນສະເພາະໜ້າ ແລະ ຍາວນານ, ເປັນຂະແໜງທີ່ໃຫ້ ຜົນປະໂຫຍດ ແລະ ນຳລາຍໄດ້ ມາສູ່ປະເທດ ແລະ ປະຊາຊົນທັງ ໃນທາງກົງ ແລະ ທາງອ້ອມ ຍ້ອນແນວນັ້ນ ພັກ-ລັດຖະບານ ໄດ້ຖືສຳຄັນ ແລະ ເອົາໃຈໃສ່ ຕໍ່ການພັດທະນາການທ່ອງ ທ່ຽວໃຫ້ກາຍເປັນອຸດສາຫະ ກຳການທ່ອງທ່ຽວແບບຄົບ ວົງຈອນ, ໂດຍສະເພາະແມ່ນ ການທ່ອງທ່ຽວທຳມະຊາດ ໃຫ້ໄປຕາມທິດ “ທ່ອງທ່ຽວ ສີຂຽວ”, ຕິດພັນກັບການປັບ ປຸງ ແລະ ພັດທະນາແຫຼ່ງທ່ອງ ທ່ຽວທາງດ້ານວັດທະນະທຳ ແລະ ປະຫວັດສາດໃຫ້ມີຫຼາຍ ສີສັນ ແລະ ຍືນຍົງ, ສົ່ງເສີມ ການມີສ່ວນຮ່ວມຂອງປະຊາ ຊົນແນ່ໃສ່ສ້າງຄວາມສົນໃຈ ແລະ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວເມືອງປາກ ແຊງ ໃຫ້ນັບມື້ຫຼາຍຂຶ້ນ.

 

- Visit Laos Visit SALANA BOUTIQUE HOTEL - ເມືອງປາກແຊງກຽມຈັດກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ 2018

- 25586838 390555814702136 994789115352109477 o - ເມືອງປາກແຊງກຽມຈັດກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ 2018

ທ່ານເຈົ້າເມືອງກ່າວ ວ່າ: ໃນປີ 2017 ນີ້, ມີນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າມາທ່ຽວເມືອງ ປາກແຊງ ທັງໝົດ 852 ຄົນ, ອັນໄດ້ນຳລາຍໄດ້ບໍ່ໜ້ອຍມາ ສູ່ເມືອງດັ່ງກ່າວ, ປັດຈຸບັນ ຢູ່ ເມືອງປາກແຊງມີແຫລ່ງ ທ່ອງທ່ຽວທຳມະຊາດ 8 ແຫ່ງ, ປະຫວັດສາດ 3 ແຫ່ງ ແລະ ທາງດ້ານວັດທະນະທຳ 16 ແຫ່ງ, ໃນນັ້ນພົ້ນເດັ່ນກວ່າ ໝູ່ແມ່ນ: ຕາດລົມ, ຕາດຄຳ ແລະ ຜາທ້າວ-ຜານາງ. ນອກ ຈາກນັ້ນຍັງມີຕາດມີແກ້ງທີ່ ອອກຊື່ລືຊາເຊັ່ນ: ແກ້ງໜາງ, ແກ້ງ ເໝັ້ມ,ສະຕາກສະຕັນ, ສະຄາງ, ແກ້ງບໍ່, ແກ້ງຫຼວງ, ຍ່າງທ່ຽວ ປ່າຕາມທຳມະຊາດ ແຕ່ຫາດ ຊຳຫາຜາບັກ-ນາ ໃໝ່ ແລະ ຍ່າງເບິ່ງ ສ່ວນຫຍ້າ ບ້ານ ຫົວແກ້ງ ຫຼື ຈະຍ່າງແຕ່ ບ້ານຫາດແຄນຫາບ້ານໂພນ ທອງ-ຜາບັກ, ນາໃໝ່ກໍໄດ້ ຫລື ສາມາດຂີ່ລົດຖີບແຕ່ຫຼວງ ພະບາງ ເຖິງປາກແຊງມາ ແວ່ ກິນເຂົ້າຢູ່ ບ້ານ ປາກເກງ, ກິນ ກຸ້ງ ຢູ່ ບ້ານ ນາໂພ, ເຊິ່ງແຕ່ລະ ປີ ທາງເມືອງຍັງໄດ້ຈັດງານ ແຂ່ງຂັນ ຊ່ວງເຮືອໃນໂອກາດ ບຸນປີໃໝ່ ລາວຂອງທຸກໆປີ ແລະ ຈັດງານບຸນປົດປີຂອງ ເຜົ່າກຶຶມມຸນັບແຕ່ກາງ ເດືອນ ຫາທ້າຍ ເດືອນທັນວາຂອງ ທຸກໆປີ, ສ່ວນການຈັດງານ ຕ້ອນຮັບປີທ່ອງທ່ຽວລາວ 2018, ໂດຍຈະໄດ້ເຊື້ອເຊີນ ເອົາປະຊາຊົນຈໍານວນ 16 ບ້ານ ໃນ 2 ກຸ່ມພັດທະນາ ນໍາເອົາຜົນຜະລິດກະສີກໍາ ມາວາງສະແດງ ແລະ ຂາຍ ສິນຄ້າຕ່າງໆ ຂອງທ້ອງຖິ່ນ ແນໃສ່ເພີ້ມທະວີຄວາມສາ ມັກຄີຮັກແພງກັນຊ່ວຍເຫລືອ ເຊິ່ງກັນ ແລະ ກັນໃຫ້ແໜ້ນ ແຟ້ນ, ພ້ອມປະກອບສ່ວນ ສ້າງສາ ແລະ ພັດທະນາປະ ເທດຊາດໃຫ້ຈະເລີນຮຸ່ງເຮືອງ ກວ່າເກົ່າ. ພ້ອມຈະ ມີການສະ ຫລອງບຸນປົດປີ ຂອງຊົນເຜົ່າ ກຶມມຸ, ບຸນກິນຈຽງ ແລະ ບຸນ ປີ ໃໝ່ລາວ 2018 ໃຫ້ເປັນ ຂະບວນຟົດຟື້ນເພື່ອສາມາດ ດຶງດູດນັກທ່ອງທ່ຽວເຂົ້າ ມາທ່ຽວເມືອງປາກແຊງ ຫລາຍຂຶ້ນ.

- 25588020 390556601368724 6949837178968825180 o - ເມືອງປາກແຊງກຽມຈັດກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ 2018

- 20479631 108398159844731 6105930023420421058 n - ເມືອງປາກແຊງກຽມຈັດກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ 2018
(ພາບປະກອບ)

- 3 - ເມືອງປາກແຊງກຽມຈັດກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ 2018
- 4 - ເມືອງປາກແຊງກຽມຈັດກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ 2018
- 5 - ເມືອງປາກແຊງກຽມຈັດກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ 2018