ຕວກກີລົງໂທດຜູ້ມີສ່ວນກ່ຽວຂ້ອງກັບ ເຫດການລັດຖະປະຫານທີ່ຫຼົ້ມເຫຼວ ອີກ 2.700 ກວ່າຄົນ
ລັດຖະບານຕວກກີ ໄດ້ອອກດຳລັດໃໝ່ 2 ສະບັບໃນວັນທີ 24 ທັນວານີ້ ໂດຍແຈ້ງວ່າ: ໃນກອງທັບ, ສະລະວັດທະຫານ, ຕຳຫຼວດ ແລະ ກອງປ້ອງກັນຊາຍຝັ່ງທະເລ ມີ 2.700 ກວ່າຄົນໄດ້ຖືກໄລ່ອອກຈາກໜ້າທີ່ວຽກງານຂອງຕົນ ຍ້ອນມີສ່ວນກ່ຽວຂ້ອງກັບເຫດການລັດຖະປະຫານທີ່ຫຼົ້ມເຫຼວ ທີ່ເກີດຂຶ້ນໃນປີຜ່ານມາ.
https://www.youtube.com/watch?v=2QoMcR0lZX4
ດຳລັດ ໄດ້ລະບຸວ່າ: ຜູ້ຖືກໄລ່ອອກເຄີຍພົວພັນກັບອົງການກໍ່ການຮ້າຍ ຫຼື ອົງການຈັດຕັ້ງທີ່ເປັນໄພຕໍ່ຄວາມໝັ້ນຄົງແຫ່ງຊາດ ຫຼື ເຄີຍເປັນສະມາຊິກຂອງອົງການຈັດຕັ້ງເຫຼົ່ານີ້, ໃນນັ້ນ ມີ630 ກວ່າຄົນມາຈາກກອງທັບຕວກກີ.
ນອກນີ້, ດຳລັດດັ່ງກ່າວຍັງໄດ້ມອບຕຳແໜ່ງຄືນໃຫ້ແກ່ 115 ຄົນທີ່ຖືກປົດອອກຈາກຕຳແໜ່ງກ່ອນໜ້ານີ້.
ຂ່າວລາຍງານຕື່ມວ່າ: ເມື່ອກາງຄືນວັນທີ 15 ກໍລະກົດປີ 2016, ຕວກກີ ໄດ້ເກີດເຫດການລັດຖະປະຫານແຕ່ປະສົບຄວາມຫຼົ້ມເຫຼວ ສົ່ງຜົນເຮັດໃຫ້ມີ 250 ຄົນເສຍຊີວິດ. ລັດຖະບານຕວກກີ ໄດ້ຕຳໜິກູເລນ ໂມເວເມນ ບຸກຄົນສາສະໜາຕວກກີທີ່ອາໄສຢູ່ອາເມລິກາໃນປັດຈຸບັນ ແລະ “ຂະບວນການກູເລນ” ທີ່ນຳພາໂດຍເຂົານັ້ນ ເປັນຕົວການຂອງເຫດການດັ່ງກ່າວ ທັງໄດ້ກຳນົດເອົາ “ຂະບວນກູເລນ” ເປັນອົງການກໍ່ການຮ້າຍ. ປັດຈຸບັນ, ຕວກກີຍັງດຳເນີນການສຳຫຼວດ ແລະ ປາບປາມເຫດການລັດຖະປະຫານດັ່ງກ່າວ ແລະມາຮອດປັດຈຸບັນ ມີ 150.000 ກວ່າຄົນໄດ້ຖືກປົດອອກຈາກຕຳແຫຼ່ງ ຫຼື ຖືກຢຸດການປະຕິບັດໜ້າທີ່ຊົ່ວຄາວແລ້ວ ແລະອີກ 55.000 ກວ່າຄົນຖືກຈັບ.