ມາສເຕີເຊເວັນກຽມເປີດໂອກາດໃຫ້ນັກກິລາຮຸ່ນເຍົາວະຊົນ ເຂົ້າຮ່ວມຄັດເລືອກນັກກິລາບັນຈຸເຂົ້າສະໂມສອນ
ສະໂມສອນ ມາສເຕີເຊເວັນ ກຽມເປີດໂອກາດຄັດເລືອກນັກກິລາຮຸ່ນອາຍຸ 19 ປີ ໃນຕົ້ນເດືອນມັງກອນ 2018 ເພື່ອບັນຈຸນັກກິລາເຂົ້າສະໂມສອນ ພ້ອມທັງເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆ ເຊິ່ງສະຫະພັນບານເຕະແຫ່ງຊາດລາວຈະຈັດຂຶ້ນຫລາຍກິດຈະກໍາ ໂດຍສະເພາະລາຍການບານເຕະລາວພຣີເມຍລີກ 2018.
ທ່ານ ພອນ ພົມພະຈັນ ປະທານສະໂມສອນ ມາສເຕີເຊເວັນ ເປີດເຜີຍວ່າ: ພາຍຫລັງສໍາເລັດການແຂ່ງຂັນບານເຕະສາຍ ກ ຫລື ດີວິຊັນ 1 ທ້າຍເດືອນຕຸລາຜ່ານມາ ທີ່ສະຫະພັນບານເຕະແຫ່ງຊາດລາວຈັດຂຶ້ນ ແຕ່ສະໂມສອນຂອງພວກເຮົາບໍ່ສາມາດສ້າງຜົນງານໂດດເດັ່ນຕາມເປົ້າໝາຍ ມີພຽງແຕ່ຜ່ານເຂົ້າຮອບ 8 ທີມສຸດທ້າຍເທົ່ານັ້ນ, ຫລັງຈາກນັ້ນ ພວກເຮົາກໍເລີ່ມລົງເຄື່ອນໄຫວເພື່ອສ້າງສະໜາມຝຶກຊ້ອມໃນແຕ່ລະຂົງເຂດ ທັງນີ້ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ມາຮອດປັດຈຸບັນສະໜາມພວກເຮົາມີຝຶກຊ້ອມຈໍານວນ 6 ແຫ່ງ ແລະ ຈະສືບຕໍ່ສ້າງສະໜາມຝຶກຊ້ອມຕື່ມອີກໃນຂອບເຂດທົ່ວປະເທດ. ຈາກນັ້ນ ສະໂມສອນຂອງພວກເຮົາຈະຄັດເລືອກເອົານັກກິລາບັນຈຸເຂົ້າສະໂມສອນເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະລາວພຣີເມຍລີກ 2018 ທີ່ຈະຈັດຂຶ້ນໃນຕົ້ນປີ 2018 ນີ້ ແລະ ລາຍການດີວີຊັນ 1. ສໍາລັບການຄັດເລືອກຄັ້ງນີ້ພວກເຮົາຈະເລີ່ມແຕ່ວັນທີ 4-11 ມັງກອນ 2018 ໂດຍຈະຄັດເລືອກເອົາຈໍານວນ 50 ກວ່າຄົນໃນເບື້ອງຕົ້ນ ແລະ ຈະດໍາເນີນຄັດເລືອກຕໍ່ໄປຈົນຮອດທ້າຍເດືອນມັງກອນໃຫ້ໄດ້ຈໍານວນ 25 ຄົນ. ດັ່ງນັ້ນ ທາງຄະນະບໍລິຫານສະໂມສອນຂອງພວກເຮົາຈຶ່ງເຊີນຊວນບັນດານັກເຕະທີ່ມີຄວາມຮັກມັກເຂົ້າຮ່ວມຄັດເລືອກເພື່ອບັນຈຸເຂົ້າສະໂມສອນມາສເຕີເຊເວັນຢ່າງເປັນທາງການ.
ຖ້າວ່ານັກເຕະຄົນທີ່ສົນໃຈສາມາດເຂົ້າຮ່ວມຄັດເລືອກກັບສະໂມສອນມາສເຕີເຊເວັນໄດ້ເລີ່ມແຕ່ວັນທີ 4 ມັງກອນ 2018 ເປັນຕົ້ນໄປ ທີ່ສະໜາມກິລາສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຫລື ສາມາດພົວພັນເບີໂທ 020 56602122 ທ່ານ ບຸນທະໜອມ.