ອີຣານຮັບຮອງເອົາຮ່າງກົດໝາຍຮັບຮູ້ ເຢລູຊາເລມເປັນນະຄອນຫລວງປາແລັສຕິນ

- ttxvn iran avfp - ອີຣານຮັບຮອງເອົາຮ່າງກົດໝາຍຮັບຮູ້ ເຢລູຊາເລມເປັນນະຄອນຫລວງປາແລັສຕິນ
- kitchen vibe - ອີຣານຮັບຮອງເອົາຮ່າງກົດໝາຍຮັບຮູ້ ເຢລູຊາເລມເປັນນະຄອນຫລວງປາແລັສຕິນ

ວັນ​ທີ 24 ທັນວາ​ນີ້, ບັນດາ​ສະມາຊິກລັດຖະສະພາ​ອີຣານ ​ໄດ້​ໃຫ້​ສັດຕະຍາບັນ​ຮ່າງ​ກົດໝາຍ​ສະບັບ​ໜຶ່ງ, ​ໃນ​ນັ້ນຮັບ​ຮູ້​ເຢລູຊາ​ເລ​ມ​ເປັນ​ນະຄອນຫລວງ​ຂອງ​ປາ​ແລັສຕິນ.

ຮ່າງ​ກົດໝາຍ​ດັ່ງກ່າວ​ໄດ້​ຮັບຮອງ​ເອົາ​ດ້ວຍ​ບັດ​ສະໜັບສະໜູນ 187 ບັດ, ຄັດຄ້ານ 15 ບັດ ​ແລະ ບັດ​ຂາວ 9 ບັດ ​ໃນ​ຈຳນວນ​ສະມາຊິກ​ລັດຖະສະພາ 233 ທ່ານ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ເປີດ​ເຜີຍ​ຂອງ​ສະພາ​ແຫ່ງ​ຊາດ​ອີຣານ.

ກ່ອນ​ໜ້ານັ້ນ, ກອງ​ປະຊຸມ​ສຸດ​ຍອດ​ອົງການ​ຮ່ວມ​ມື​ອິດສະ​ລາມ (OIC) ດຳ​ເນີນ​ຢູ່​ອິດ​ຕັນ​ບູນ ຂອງ​ຕວກກີ, ການ​ນຳ​ກວ່າ 50 ປະ​ເທດ​ສະມາຊິກ ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ ຮຽກຮ້ອງ​ປະຊາ​ຄົມ​ສາກົນ​ຮັບ​ຮູ້​ເຢລູຊາ​ເລ​ມ​ເປັນ​ນະຄອນຫລວງ​ຂອງ​ປາ​ແລັສຕິນ. ບັນດາ​ການ​ນຳ​ອິດສະ​ລາມ​ຖື​ຂໍ້​ຕົກລົງ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ ​ໂດ​ນັນ ທຣຳ ທີ່​ຮັບ​ຮູ້​ເຢລູຊາ​ເລ​ມ​ເປັນ​ນະຄອນຫລວງ​ຂອງ​ອິດສະ​ລາ​ແອນ​ແມ່ນ​ບໍ່​ມີ​ຜົນ​ສັກສິດ​ດ້ານ​ນິຕິ​ກຳ ​ແລະ ​ເປັນ​ການ​ທຳລາຍ​ບັນດາ​ຄວາມ​ພະຍາຍາມ​ເພື່ອ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ.

- 4 - ອີຣານຮັບຮອງເອົາຮ່າງກົດໝາຍຮັບຮູ້ ເຢລູຊາເລມເປັນນະຄອນຫລວງປາແລັສຕິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!