ທົ່ວປະເທດເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%
December 26, 2017 - 7:21 PM
ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ມາຮອດປັດຈຸບັນທົ່ວປະເທດສາມາດເກັບກ່ຽວມ້ຽນມັດເຂົ້ານາປີສໍາເລັດແລ້ວ 100% ຂອງເນື້ອທີ່ຕົວຈິງ 788.470 ເຮັກຕາ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 18.176 ເຮັກຕາ, ເທົ່າກັບ 2,3% ຂອງແຜນການ ແລະ ສາມາດໃຫ້ຜົນຜະລິດລິດໄດ້ 3,5 ລ້ານໂຕນ ໂດຍສະເລ່ຍສະມັດຕະພາບການຜະລິດບັນລຸໄດ້ປະມານ 4,3 ໂຕນຕໍ່ເຮັກຕາ.
ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ອີກວ່າ: ການຜະລິດເຂົ້ານາແຊງປີນີ້ ປັດຈຸບັນຊາວກະສິກອນທ້ອງຖິ່ນຕ່າງໆໄດ້ກຽມດິນ ແລະ ຕົກກ້າ ຕາມແຜນການປູກເຂົ້ານາແຊງໃຫ້ໄດ້ 90,400 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ 475.600 ໂຕນ, ດ້ວຍສະມັດຕະພາບ 5,25 ໂຕນຕໍ່ເຮັກຕາຂຶ້ນໄປ. ສໍາລັບແຜນການປູກພືດລະດູແລ້ງທົ່ວປະເທດ ໃຫ້ໄດ້ 177.100 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ຫຼາຍກວ່າ 1,42 ລ້ານໂຕນ.