ບັນຫາອຸບັດຕິເຫດຕາມທ້ອງຖະໜົນ: ວາລະເລັ່ງດ່ວນທີ່ຕ້ອງແກ້ໄຂ

- kitchen vibe - ບັນຫາອຸບັດຕິເຫດຕາມທ້ອງຖະໜົນ: ວາລະເລັ່ງດ່ວນທີ່ຕ້ອງແກ້ໄຂ

- Accident 300x200 - ບັນຫາອຸບັດຕິເຫດຕາມທ້ອງຖະໜົນ: ວາລະເລັ່ງດ່ວນທີ່ຕ້ອງແກ້ໄຂ
          ປັດຈຸບັນ, ເຫັນວ່າອຸປະຕິເຫດຕາມທ້ອງຖະໜົນແມ່ນເກີດຂຶ້ນລຽນຕິດລາຍວັນ, ເຊິ່ງແຕ່ລະປີໄດ້ຂ້າຊີວິດຫລາຍຮ້ອຍຄົນ, ສະເລ່ຍແລ້ວຈະມີຄົນເສຍຊີວິດປະມານ 2-3 ຄົນຕໍ່ມື້. ນອກນີ້ຍັງມີຜູ້ໄດ້ຮັບບາດເຈັບ, ພິການເປັນຈຳນວນຫລາຍຮ້ອຍຫລາຍພັນຄົນ, ຊຶ່ງໄດ້ສົ່ງຜົນກະທົບໜັກໜ່ວງສົມຄວນຕໍ່ທາງດ້ານເສດຖະກິດ-ສັງຄົມ.

ອີງຕາມບົດລາຍງານຂອງອົງການອະນາໄມໂລກໃນເດືອນພຶດສະພາ 2014 ອຸປະຕິເຫດຕາມທ້ອງຖະໜົນແມ່ນໜຶ່ງໃນ 10 ສາເຫດຕົ້ນຕໍຂອງການຕາຍຂອງປະຊົນລາວ, ໂດຍມີອັດຕາການຕາຍສູງກ່ວາການຕາຍຈາກມະເຮັງປອດ, ມະເຮັງເຕົ້ານົມ, ພະຍາດຕັບ ແລະ ພະຍາດອື່ນໆ. ຜ່ານມາລັດຖະບານໄດ້ໃຫ້ຄວາມສຳຄັນໃນການແກ້ໄຂບັນຫາອຸປະຕິເຫດບົນທ້ອງຖະໜົນ ແລະ ຖືບັນຫາດັ່ງກ່າວເປັນໜຶ່ງໃນປະກົດການຫຍໍ້ທໍ້ທາງສັງຄົມທີ່ຈະຕ້ອງໄດ້ຮັບການແກ້ໄຂ ຢ່າງຮີບດ່ວນ.

- Visit Laos Visit SALANA BOUTIQUE HOTEL - ບັນຫາອຸບັດຕິເຫດຕາມທ້ອງຖະໜົນ: ວາລະເລັ່ງດ່ວນທີ່ຕ້ອງແກ້ໄຂ

ໃນໂອກາດໂອ້ລົມຕໍ່ກອງປະຊຸມອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ກະ ຊວງໂຍທາ ແລະ ຂົນສົ່ງເມື່ອບໍ່ດົນມານີ້ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊີ້ນຳໃຫ້ຄະນະພັກ, ຄະນະນຳທັງສອງກະຊວງໄດ້ຮີບຮ້ອນຊອກຫາມາດຕະການຕ່າງໆ ເພື່ອຫລຸດຜ່ອນການເກີດອຸປະຕິເຫດຕາມທ້ອງຖະໜົນ, ຄຽງຄູ່ໄປກັບການປັບປຸງສະພາບຖະໜົນຫົນທາງໃຫ້ໄດ້ມາດຕະຖານ ເພື່ອໃຫ້ຮັບປະກັນຄວາມປອດໄພສູງຂຶ້ນ, ພ້ອມທັງເພີ່ມທະວີການບັງຄັບໃຊ້ກົດໝາຍ ແລະ ກົດລະບຽບຕ່າງໆໃຫ້ມີຄວາມສັກສິດຫລາຍຂຶ້ນ.

ຕາມການເປີດເຜີຍຂອງເຈົ້າໜ້າທີ່ຈະລາຈອນຊີ້ໃຫ້ເຫັນວ່າ: ສາເຫດຕົ້ນຕໍ ຂອງອຸປະຕິ ເຫດສ່ວນໃຫ່ຍແມ່ນເກີດຈາກການເມົາແລ້ວຂັບ, ການຂັບຂີ່ແບບປະໝາກ, ລະເມີດລະບຽບກົດຈະລາຈອນຕ່າງໆ ແລະ ອື່ນໆ, ຜ່ານມາເຖິງວ່າຈະມີລະບຽບກົດໝາຍຕ່າງໆ ທີ່ສ້າງຂຶ້ນເພື່ອແກ້ໄຂບັນຫາດັ່ງກ່າວ, ແຕ່ເມື່ອເບິ່ງຂອດການຈັດຕັ້ງປະຕິບັດແລ້ວຍັງເຫັນວ່າເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ຍິ່ງໄປກວ່ານັ້ນຍັງມີຜູ້ຂັບຂີ່ຈຳນວນບໍ່ໜ້ອຍທີ່ບໍ່ໄດ້ຜ່ານໂຮງຮຽນສອນການຂັບຂີ່, ບໍ່ໄດ້ຮຽນຮູ້ກ່ຽວກັບກົດລະບຽບການຈະລະຈອນຢ່າງເລິກເຊິ່ງ ແລະ ຍັງບໍ່ມີເອກະສານອະນຸຍາດການຂັບຂີ່ອີກດ້ວຍ. ສະພາບດັ່ງກ່າວເປັນຈຸດເລີ່ມຕົ້ນຂອງການນໍາມາສູ່ການລະເມີດລະບຽບຈະລະຈອນ, ສ້າງຄວາມສັບສົນຕາມທ້ອງຖະໜົນ ແລະ ເປັນໜຶ່ງໃນສາເຫດຕົ້ນຕໍຂອງການເກີດອຸປະ ຕິເຫດ.

ສ່ວນກໍລະນີເມົາແລ້ວຂັບນັ້ນ, ຖ້າບໍ່ມີການກວດກາ ຫລື ລົງໂທດຜູ້ລະເມີດຢ່າງເຂັ້ມງວດ ກໍຍິ່ງເຮັດໃຫ້ຜູ້ຂັບຂີ່ບໍ່ຮູ້ສືກຢ້ານກົວຕໍ່ລະບຽບຈາລະຈອນ, ຂະນະດຽວກັນຍິ່ງເຮັດໃຫ້ຜູ້ດຶ່ມສິ່ງມືນເມົາແລ້ວຂັບຂີ່ຍານພາຫານະຍັງຈະສືບຕໍ່ ກະທຳຜິດຢ່າງບໍ່ມີສິ້ນສຸດ, ອັນກໍໃຫ້ເກີດຄວາມສ່ຽງອຸປະຕິເຫດຕາມມາ ແລະ ອາດເຮັດໃຫ້ຜູ້ໃຊ້ທ້ອງຖະໜົນຄົນອື່ນໆໄດ້ຮັບຜົນກະທົບນຳດ້ວຍ.

ສະນັ້ນມີແຕ່ການຍົກສູງຄວາມສັກສິດຂອງລະບຽບກົດໝາຍເທົ່ານັ້ນ ຈຶ່ງຈະຊ່ວຍຫລຸດ ຜ່ອນ ສະພາບອຸປະຕິເຫດຕາມທ້ອງຖະໜົນລົງໄດ້. ຂະນະດຽວກັນຜູ້ສາມາດຂັບຂີ່ພາຫານະປະ ເພດຕ່າງໆຕ້ອງໄດ້ຜ່ານໂຮງຮຽນສອນການຂັບຂີ່ ແລະ ມີເອກະສານອະນຸຍາດຖືກຕ້ອງ. ສ່ວນເບື້ອງເຈົ້າໜ້າທີ່ຮັບຜິດຊອບ ກໍຕ້ອງຈັດຕັ້ງປະຕິບັດລະບຽບກົດໝາຍຢ່າງເຄັ່ງຄັດ, ໂດຍເນັ້ນໃສ່ການປ້ອງກັນຫລາຍກວ່າການແກ້ໄຂ, ທັງມີຄວາມໂປ່ງໃສ ແລະ ເທົ່າທຽມ. ທັງຫລຸດຜ່ອນຫາງສຽງສັງຄົມກ່ຽວກັບການນຳໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວແລກກັບການບໍ່ຖືກປັບໃໝລົງໂທດເມື່ອເວລາຜູ້ຂັບຂີ່ກະທຳຜິດລະບຽບກົດຈາລະຈອນ, ເນື່ອງຈາກປາກົດການດັ່ງກ່າວຈະເຮັດໃຫ້ນັກຂັບມີຄວາມຊີນເຄີຍຕໍ່ການກະທຳຜິດເໜື່ອນດັ່ງພະຍາດທີ່ດື້ຢາ.

- 5 - ບັນຫາອຸບັດຕິເຫດຕາມທ້ອງຖະໜົນ: ວາລະເລັ່ງດ່ວນທີ່ຕ້ອງແກ້ໄຂ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!