ສາເຫດທີ່ເຮັດໃຫ້ປະຈຳເດືອນມາບໍ່ປົກກະຕິ
December 27, 2017 - 4:35 PM


- ເຄັ່ງຄຽດເກີນໄປ : ເຮົາຮູ້ກັນຢູ່ແລ້ວວ່າຄວາມເຄັ່ງຄຽດສົ່ງຜົນກະທົບຕໍ່ສຸຂະພາບໃນຫລາຍໆດ້ານ ເພາະມັນຈະເຮັດໃຫ້ຮໍໂມນຜິດປົກກະຕິ ແນ່ນອນວ່າມັນເຮັດໃຫ້ປະຈຳເດືອນມາຊ້າ 2 – 3 ອາທິດໄດ້.
- ອອກກຳລັງກາຍ : ນັກກິລາຍິງຫລາຍຄົນປະສົບບັນຫາຂາດປະຈຳເດືອນ ເພາະຕ້ອງຝຶກຝົນຮ່າງກາຍຢ່າງໜັກໜ່ວງ ຈົນ ນຳ້ໜັກຫລຸດລົງຢ່າງໄວວາ ແລະ ການອອກກຳລັງກາຍໜັກໆນັ້ນກໍສົ່ງຜົນກະທົບຕໍ່ການມາຂອງປະຈຳເດືອນນຳ ດັ່ງນັ້ນຖ້າທ່ານຢູ່ໃນໄລຍະທີ່ຕ້ອງອອກກຳລັງກາຍໜັກ ປະຈຳເດືອນກໍອາດຈະມາຜິດປົກກະຕິໄດ້.
- ກິນຢາຄຸມກຳເນີດ : ຫາກທ່ານກຳລັງກິນຢາຄຸມກຳເນີດຢູ່ ຕ້ອງຮູ້ນຳວ່າຢາຄຸມກຳເນີດບາງຊະນິດອາດເຮັດໃຫ້ປະຈຳເດືອນຂອງທ່ານຂາດໄປປະມານ 3 – 4 ເດືອນ. ດັ່ງນັ້ນແລ້ວ ກ່ອນຈະເລີ່ມກິນຢາຄຸມກຳເນີດຕ້ອງກວດຜົນຂ້າງຄຽງຂໍ້ນີ້ນຳ, ແຕ່ຖ້າບໍ່ໝັ້ນໃຈວ່າຢາຄຸມກຳເນີດນັ້ນເຮັດໃຫ້ປະຈຳເດືອນມາຊ້າຫລືບໍ່ ຕ້ອງໄດ້ລອງປຶກສາທ່ານໝໍຕື່ມ.
4. ສົງໄສຈະມີລູກ : ອີກສາເຫດໜຶ່ງທີ່ເຮັດໃຫ້ປະຈຳເດືອນບໍ່ມາກໍຄື ບາງເທື່ອທ່ານອາດກຳລັງຖືພາຢູ່ກໍເປັນໄດ້ ເຊິ່ງຖ້າໃຜແຕ່ງດອງແລ້ວ ຫລື ມີເພດສຳພັນກັບແຟນໂດຍບໍ່ໄດ້ປ້ອງກັນ ແລ້ວປະຈຳເດືອນຂາດໄປ ລອງຊື້ອຸປະກອນກວດການຖືພາມາກວດເບິ່ງ.
- ຕ່ອມໄທຣອຍມີບັນຫາ : ບັນຫາຢູ່ຕ່ອມໄທຣອຍສາມາດສົ່ງຜົນກະທົບຕໍ່ການເຮັດວຽກຂອງຮໍໂມນທີ່ຄວບຄຸມການມາຂອງປະຈຳເດືອນໄດ້ ໂດຍແມ່ຍິງຫລາຍໆຄົນມີຄວາມຜິດປົກກະຕິຢູ່ຕ່ອມໄທຣອຍ ໄຮໂປໄທຣອຍ ເຮັດໃຫ້ຕ່ອມໄທຣອຍຜະລິດຮໍໂມນອອກມາໜ້ອຍເກີນໄປ ເຊິ່ງຈະເຮັດໃຫ້ເກີດອາການຫລາຍຢ່າງ ເຊັ່ນ : ຮູ້ສຶກໜາວ, ເຈັບທ້ອງຖ່າຍຍາກ, ຜິວໜັງເຫລືອງຈືດ, ນຳ້ໜັກຂຶ້ນ, ຮູ້ສຶກຫົດຫູ່, ປະຈຳເດືອນອາດຂາດ ຫລື ມາຫລາຍເກີນໄປກໍມີ ແລະ ຖ້າໃຜມີອາການດັ່ງກ່າວມານັ້ນກໍຄວນໄປພົບທ່ານໝໍເພື່ອກວດແລ້ວ ແລະ ຢ່າລືມກວດເລືອດເພື່ອເບິ່ງລະດັບອາການໄຮໂປໄທຣອຍນຳ ເພື່ອຈະໄດ້ຮັບການປິ່ນປົວຕໍ່ໄປ.
- ມີຄວາມຜິດປົກກະຕິຢູ່ຮັງໄຂ່ : ອາການຜິດປົກກະຕິຢູ່ຮັງໄຂ່ ເຊັ່ນ : POS ຫລື Polycystic Ovarian Syndrom ຈະເຮັດໃຫ້ບໍ່ມີການຕົກໄຂ່ ຫລື ຕົກໄຂ່ຜິດປົກກະຕິ ເຊິ່ງນີ້ຈະເຮັດໃຫ້ປະຈຳເດືອນມາບໍ່ປົກກະຕິ ຫລື ປະຈຳເດືອນຂາດຫາຍໄປດົນໆ. ນອກຈາກນີ້, ແມ່ຍິງທີ່ມີອາການຜິດປົກກະຕິຢູ່ຮັງໄຂ່ແບບນີ້ກໍຈະມີບັນຫາເລື່ອງການມີລູກຍາກຕາມມາ ເພາະລະດັບຮໍໂມນບໍ່ດຸ່ນດ່ຽງກັນ ຈຶ່ງກະທົບຕໍ່ການສ້າງໄຂ່ ຫາກທ່ານເປັນຜູ້ໜຶ່ງໃນນັ້ນກໍຕ້ອງໄປພົບທ່ານໝໍແລ້ວ.
- ຕາຕະລາງຊີວິດປ່ຽນໄປ : ຫາກຢູ່ດີໆທ່ານຕ້ອງປ່ຽນຈາກການເຮັດວຽກຕອນກາງເວັນມາເປັນຕອນກາງຄືນແທນ ຈະເຮັດໃຫ້ໂມງຊີວິດຂອງທ່ານປ່ຽນໄປນຳ ໂດຍໄລຍະທຳອິດຮ່າງກາຍຂອງທ່ານອາດຈະຍັງປັບປ່ຽນຕາຕະລາງຊີວິດໃໝ່ບໍ່ໄດ້ ຈຶ່ງເຮັດໃຫ້ຮໍໂມນເກີດຄວາມປ່ຽນແປງໄປກັບເວລາການເຮັດວຽກໃໝ່ຂອງທ່ານ ເມື່ອເປັນແບບນີ້ກໍບໍ່ແປກຖ້າປະຈຳເດືອນຂອງທ່ານຈະບໍ່ມາ ຫລື ມາຊ້າໄປຫລາຍເດືອນ.