ຕົວຫຼິ້ນວີດີໂອໃນ Chrome ສໍາລັບ Android ສາມາດກົດເລັ່ງຢ້ອນຫຼັງ-ເດີນຫນ້າໄດ້ແລ້ວ
ສ່ວນຫຼາຍເຮົາຈະນິຍົມເບິ່ງວິດີໂອແບບ Streaming Content ໃນໂທລະສັບມືຖືຜ່ານແອັບພິເຄຊັ່ນຢ່າງເປັນທາງການຂອງ Youtube ແຕ່ກໍມີບາງສະຖານະການທີ່ເຮົາອາດຈະສະດວກເບິ່ງວິດີໂອເຫຼົ່ານີ້ຜ່ານເວັບໄຊ Youtube ທີ່ເປີດຈາກບຣາວເຊີຣ໌ Chrome ຫຼາຍກວ່າ
ເມື່ອບໍ່ດົນມານີ້ມີລາຍງານວ່າ Google ໄດ້ແອບໃສ່ຟີເຈີທີ່ຊ່ວຍເສີມປະສົບການໃຊ້ງານ ລວມເຖິງໃຫ້ພາກຫຼັກໃຫມ່ຂອງ Video Player ໃນ Chrome ເຂົ້າໄປ ຫາກໃຜໃຊ້ Chrome for Android ເວີຊັ່ນ Dev ຫຼື Canary ຊຶ່ງເປັນເວີຊັ່ນທີ່ຢູ່ລະຫວ່າງການພັດທະນາທົດສອບ ແລະ ປັບປຸງ ກໍຈະພົບ Video Player ທີ່ຖືກອອກແບບມາໃຫມ່ໃຫ້ຕ່າງຈາກທີ່ເຮົາເຄີຍເຫັນໃນ Chrome ເວີຊັ່ນກ່ອນໆ ໂດຍມີການໄລ່ສີຂາວ (White Gradient) ເພື່ອບົ່ງຊີ້ວ່າເວລາໃດສາມາດເຫັນແຜງຄວບຄຸວິດີໂອໄດ້ ແລະ ຈະສະແດງແຜງນີ້ເຫນືອວິດີໂອ ແຜງຄວບຄຸມດັ່ງກ່າວກໍມີປຸ່ມທີ່ຄ້າຍຂອງເກົ່າ ເຊັ່ນປຸ່ມຫຼິ້ນ/ປຸ່ມຢຸດ, ປຸ່ມສະແດງເຕັມໜ້າຈໍ, ປຸ່ມປິດສຽງເປັນຕົ້ນ ແຕ່ການອອກແບບໃຫມ່ເຮັດໃຫ້ຮູ້ສຶກທັນສະໄໝ ແຕ່ນັ້ນບໍ່ແມ່ນພຽງສິ່ງດຽວທີ່ປ່ຽນໄປ ເວັບໄຊ XDA-Developers ລະບູວ່າ Google ຍັງໃສ່ຟັງຊັນ “Double Tap to seek” ຫຼື ກົດສອງຄັ້ງເພື່ອເດີນໜ້າ ຫຼື ຖອຍຫຼັງວິດີໂອມາດ້ວຍ ແຕ່ກໍມີຂັ້ນຕອນວິທີການເລັກໜ້ອຍ ເພື່ອໃຫ້ໄດ້ຕົວ Video Player ດັ່ງກ່າວມາໃຊ້ງານໂດຍເຮົາຈະຕ້ອງໃສ່ທີ່ຢູ່ chrome://flags#enable-modern-media-controls ລົງໃນຊ່ອງ URL ແລ້ວຣີສຕາຣ໌ບຣາວເຊີ ພຽງເທົ່ານີ້ Video Player ສະບັບໃຫມ່ກໍພ້ອມໃຊ້ງານໄດ້ແລ້ວ.