ຊາວຍີ່ປຸ່ນຫລັ່ງໄຫລໄປຊີມພິສະດານລາເມ໋ງໃສ່ແມງໄມ້
ໂຕກຽວ 10 ເມສາ: ລາຍງານລະບຸວ່າ: ຊາວຍີ່ປຸ່ນ ແລະ ນັກທ່ອງທ່ຽວຈຳນວນຫລາຍເດີນທາງມາເຂົ້າຄິວບໍລິເວນພາຍນອກຮ້ານນາກິລາເມ໋ງຢູ່ນະຄອນຫລວງໂຕກຽວໃນວັນທີ 9 ເມສານີ້ ເພື່ອລອງຊີມເມສາສຸດພິສະດານລາເມ໋ງໃສ່ແມງໄມ້.
ເມນູດັ່ງກ່າວມີຊື່ວ່າ: ອິນເຊກ ສີເກະເມ໋ງ ທີ່ທາງຮ້ານສ້າງສັນຂຶ້ນມາສຳລັບບັນດາຜູ້ທີ່ມັກຮັບປະທານອາຫານແປກໂດຍສະເພາະ ໂດຍໃນຊຸດໜຶ່ງຈະປະກອບມີລາເມ໋ງໃສ່ແມງໄມ້, ເຂົ້າລາດໜ້າຈິ້ງຫລີດ 1 ຖ້ວຍ, ປໍເປຍໄສ້ໜອນທອດ ແລະ ກະແລ້ມປະສົມໜອນໄໝ. ທັງນີ້ ທາງຮ້ານຈັດກິດຈະກຳໃຫ້ໄດ້ລອງຊີມເມນູສຸດແປກນີ້ໄດ້ພຽງມື້ດຽວເທົ່ານັ້ນ ແລະ ໄດ້ຮັບສຽງຕອບຮັບຈາກລູກຄ້າດີຫລາຍ ຈົນສາມາດຂາຍລາເມ໋ງຈຳນວນ 100 ຖ້ວຍໄດ້ພຽງບໍ່ເທົ່າໃດຊົ່ວໂມງ.
ເມນູອິນເຊກ ສີເກະເມ໋ງ ເປັນການຕໍ່ຍອດ, ພາຍຫລັງທາງຮ້ານປະສົບຜົນສຳເລັດໃນການຈັດກິດຈະກຳທ້າຊີມເມນູພິສະດານລາເມ໋ງໃສ່ຈິ້ງຫລີດໃນປີຜ່ານມາແລ້ວ ໂດຍຜູ້ຈັດການຮ້ານນາກິລາເມ໋ງມີແນວຄິດຈະສົ່ງເສີມໃຫ້ມີການບໍລິໂພກແມງໄມ້ຫລາຍຂຶ້ນ ທັງຢູ່ຍີ່ປຸ່ນ ແລະ ປະເທດອື່ນໆທົ່ວໂລກ.