ສິ່ງໃດແດ່ທີ່ບໍ່ຄວນເຮັດໃນການອອກກຳລັງກາຍ


ທ່ານຮູ້ຫລືບໍ່ວ່າການອອກກຳລັງກາຍນັ້ນອາດຈະເຮັດໃຫ້ເຮົາໄດ້ຮັບອຸປະຕິເຫດໄດ້ ດັ່ງນີ້ :
– ການບໍ່ຍືດເສັ້ນຍືດເອັນຢ່າງພຽງພໍ : ສຳລັບການຍືດເສັ້ນຍືດເອັນທັນທີຫລັງຈາກທີ່ມີການອອກກຳລັງກາຍ ໂດຍການເຕັ້ນແອໂຣບິກ ແລະ ການຍືດກ້າມຊີ້ນຕອນທີ່ກ້າມຊີ້ນຂອງເຮົາຍັງອຸ່ນຢູ່ ລວມທັງຫົດຍືດນັ້ນມັນສາມາດຊ່ວຍໃນການປ້ອງກັນອາການບາດເຈັບໄດ້ຄືກັນ.
– ການໃຊ້ນຳ້ໜັກທີ່ຫລາຍເກີນໄປ : ຕອນທີ່ຍົກນຳ້ໜັກ ທ່ານບໍ່ຄວນຈະຍົກນຳ້ໜັກໃນຈຳນວນທີ່ຫລາຍຈົນເກີນໄປ ຫລື ເກີນຂີດຄວາມສາມາດຂອງກ້າມຊີ້ນຕົນເອງ, ຄວນຈະຍົກນຳ້ໜັກແບບຄ່ອຍເປັນຄ່ອຍໄປ ມັນຈະມີປະໂຫຍດຫລາຍກ່ວາ ລວມເຖິງມີຄວາມປອດໄພນຳອີກ.
– ການບໍ່ອົບອຸ່ນຮ່າງກາຍກ່ອນຈະອອກກຳລັງກາຍ : ເພາະວ່າກ້າມຊີ້ນຄົນເຮົານັ້ນ ກໍຈະຕ້ອງມີການປັບໂຕກ່ອນຈະອອກກຳລັງກາຍ ເພາະສະນັ້ນ ກໍຄວນຈະມີການເລີ່ມອອກກຳລັງກາຍແບບຊ້າໆກ່ອນ ຈາກນັ້ນກໍຄ່ອຍໆເພີ່ມຄວາມໜັກໄປເລື້ອຍໆ ເພື່ອໃຫ້ຮ່າງກາຍມີການປັບໂຕ.
– ພະຍາຍາມຢ່າຜ່ອນຄາຍກ້າມຊີ້ນຫລັງຈາກມີການອອກກຳລັງກາຍ : ຫລັງຈາກທີ່ມີການອອກກຳລັງກາຍຕ່າງໆແລ້ວ ກໍໃຫ້ໃຊ້ເວລາປະມານ 3 – 5 ນາທີ ເພື່ອຈະຫລຸດອັດຕາການເຕັ້ນຂອງຫົວໃຈ ລວມທັງຍືດກ້າມຊີ້ນນຳ ເພາະວ່າຈະໄດ້ເສີມຄວາມຫົດຍືດ ລວມທັງເພື່ອເປັນການກຽມຮ່າງກາຍສຳລັບຄວາມພ້ອມຂອງການອອກກຳລັງກາຍ.
– ການອອກກຳລັງກາຍທີ່ຫັກໂຫມຫລາຍເກີນໄປ : ຄວນຈະມີການອອກກຳລັງກາຍຢູ່ໃນລະດັບປານກາງ ເຊິ່ງກໍຈະໃຊ້ເວລາໃນການອອກກຳລັງກາຍດົນແດ່ ເຊິ່ງມັນກໍຈະມີຄຸນນະພາບທີ່ຫລາຍກ່ວາການອອກກຳລັງກາຍແບບຫັກໂຫມ.
– ການດື່ມນຳ້ໃນປະລິມານໜ້ອຍ : ທ່ານຢ່າລໍຖ້າໃຫ້ກະຫາຍນຳ້ແລ້ວຈຶ່ງໄປດື່ມນຳ້ ເນື່ອງຈາກວ່າຕອນນັ້ນໃນຮ່າງກາຍຂອງເຮົາເລີ່ມທີ່ຈະເຂົ້າສູ່ການຂາດນຳ້ແລ້ວ ຄວນຈະມີກະຕຸກນຳ້ຕິດໂຕຢູ່ສະເໝີ ຂະນະທີ່ອອກກຳລັງກາຍ ຫລືວ່າໃນແຕ່ລະມື້.