16 ປະໂຫຍກທີ່ນິຍົມໃຊ້ເປັນຂໍ້ອ້າງໃນການບອກເລີກ
December 29, 2017 - 1:10 PM


- ເຮົາແຕກຕ່າງກັນເກີນໄປ.
- ເຮົາໄປນຳກັນບໍ່ໄດ້ດອກ.
- ຍັງມີຄົນອື່ນທີ່ດີກ່ວາຂ້ອຍ.
- ເຈົ້າຍັງບໍ່ແມ່ນຄົນທ່ີແມ່ນສຳລັບຂ້ອຍ.
- ເຈົ້າບໍ່ແມ່ນຄົນນັ້ນ.
- ຂອບໃຈສຳລັບທຸກສິ່ງທຸກ ຢ່າງ.
- ມັນສວາຍເກີນໄປແລ້ວ.
- ຂ້ອຍຢາກມີອ້າຍ (ສຳລັບຜູ້ຍິງ) ແລະ ຂ້ອຍຢາກມີນ້ອງສາວ (ສຳລັບຜູ້ຊາຍ).
- ເຮົາຈົບກັນເທົ່ານີ້ດີກ່ວາ.
- ເຈົ້າເປັນຄົນດີເກີນໄປ.
- ເຈົ້າກໍໜ້າຈະຮູ້.
- ເຈົ້າບໍ່ເຂົ້າໃຈຂ້ອຍ.
- ເຮົາເປັນໝູ່ກັນດີກ່ວາ.
- ເຈົ້າຕັດໃຈຈາກຂ້ອຍສາ.
- ເຮົາຄືກັບເສັ້ນຂະໜານ.
- ຄິດເຖິງຄວາມເປັນຈິງແດ່.
ທ່ານໃດເຄີຍຖືກແຟນ ຫລື ຄົນທ່ີຄົບຢູ່ບອກເລີກດ້ວຍປະໂຫຍກທີ່ກ່າວມາຂ້າງເທິງນັ້ນຫລືບໍ່? ຫາກທ່ານເຄີຍ ແນ່ນອນວ່າໄດ້ຍິນແລ້ວເສຍອາລົມແມ່ນບໍ່ ? ຫາກຢາກຕັດຂາດຄວາມສຳພັນຈາກກັນແທ້ ໃຜກໍຄົງຢາກໄດ້ເຫດຜົນທີ່ເປັນໄປໄດ້ກ່ວານີ້ໃຫ້ພໍສົມເຫດສົມຜົນ, ແຕ່ຖ້າຄົນທີ່ເຮົາຕັດສິນໃຈຄົບຫາກັນມາດົນແລ້ວມາເວົ້າແບບນີ້ກັບເຮົາ ເຮົາກໍຢ່າໄປເສຍດາຍເຂົາເລີຍ ເພາະຄົນທີ່ເວົ້າແບບນີ້ບໍ່ມີຄຸນຄ່າພໍທີ່ເຮົາຈະມາເສຍເວລານຳແລ້ວ ເພາະຄຳເວົ້າທີ່ເຂົາໃຊ້ຕັດຂາດຄວາມສຳພັນເພື່ອຈະໄປຈາກເຮົານີ້ມັນສາມາດບົ່ງບອກຄວາມຄິດຈິດໃຈແທ້ໆຂອງເຂົາ. ສະນັ້ນ, ຈົ່ງເຂັ້ມແຂງ ແລະ ຍ່າງໜີຈາກຄົນຜູ້ນີ້ໄດ້ເລີຍ ແລ້ວຫັນມາເຮັດໂຕເຮົາໃຫ້ມີຄຸນຄ່າ, ຢູ່ຄົນດຽວກໍໄດ້ ຫາຄົນໃໝ່ກໍດີ ຈະເຮັດໃຫ້ເຮົາສະບາຍໃຈຫລາຍກ່ວາ.