ສະຫະພັນນັກຮົບເກົ່າແຫ່ງຊາດສະຫລຸບຜົນງານ 1 ປີຜ່ານມາ
ເມື່ອທ້າຍອາທິດຜ່ານມານີ້, ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດພິທີສະຫລຸບຜົນງານ 1 ປີ ແລະ ມອບໃບຍ້ອງຍໍຜົນງານໄລຍະ 5 ປີ ໃຫ້ແກ່ບຸກຄົນ ແລະ ກົມກອງດີເດັ່ນ, ໂດຍການເປັນປະທານຂອງທ່ານພົນຈັດຕະວາ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດ, ມີອະດີດການນຳ, ພະນັກງານອາວຸໂສ, ພ້ອມພະນັກງານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີໄດ້ຜ່ານບົດສະຫລຸບຜົນງານປີ 2017 ແລະ ທິດທາງແຜນການເຄື່ອນໄຫວປີ 2018 ຊຶ່ງໄດ້ສັງເກດຕີລາຄາດ້ານດີ, ດ້ານອ່ອນ ແລະ ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນຫລາຍດ້ານ, ອົງການສະຫະພັນນັກຮົບເກົ່າປະກອບມີພະ ນັກງານທັງໝົດ 119 ຄົນ, ປະກອບມີ 3 ກົມ ແລະ 1 ຫ້ອງການ, ໃນການເຄື່ອນໄຫວວຽກງານວິຊາສະເພາະໄດ້ຫັນລົງຮາກຖານເພື່ອຕິດຕາມກວດກາຊຸກຍູ້ວຽກງານຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດຄັ້ງທີ III, ພ້ອມທັງເກັບກຳສັງລວມຄວາມຄິດເຫັນ ແລະ ສະພາບການຕ່າງໆຂອງຖັນແຖວສະມາຊິກນັກຮົບເກົ່າ, ຊີ້ນໍາປັບປຸງການຈັດຕັ້ງຢູ່ຂັ້ນທ້ອງຖິ່ນ ແລະ ວຽກງານອື່ນໆ. ໃນໂອກາດນີ້, ກໍໄດ້ມອບ-ຮັບໃບຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງລວມໝູ່ທີ່ມີຜົນງານການເຄື່ອນໄຫວດີເດັ່ນໃນໄລຍະ 5 ປີຜ່ານມາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສນຫລ ຄົບຮອບ 15 ປີທີ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ໃນນັ້ນໄດ້ ມອບຫລຽນໄຊແຮງງານຊັ້ນ II ລວມມີ 15 ທ່ານ ແລະ 2 ກົມກອງ, ຫລຽນໄຊແຮງງານຊັ້ນ III ໃຫ້ 29 ທ່ານ ແລະ 5 ກົມກອງ, ມອບຫລຽນກາແຮງ ງານໃຫ້ 19 ທ່ານ ແລະ 1 ກົມກອງ ແລະ ໃບຍ້ອງຍໍລັດຖະບານໃຫ້ 25 ທ່ານ ແລະ 1 ກົມກອງ.