ມອບ-ຮັບ ຕຶກສະຖາບັນຄົ້ນຄວ້າວັດທະນະທຳຄືນໃຫ້ ຖວທ
January 1, 2018 - 3:20 PM
ພິທີມອບ-ຮັບຕຶກສະຖາບັນຄົ້ນຄວ້າວັດທະນະທຳ (ຄຸ້ມສີເມືອງ) ຄືນໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ລະຫວ່າງທ່ານ ອ່ອນຈັນ ຈັນທະລັງສີ ຫົວໜ້າຫ້ອງການສະຖາບັນດັ່ງກ່າວ ແລະ ທ່ານ ວັນສີ ກົວມົວ ຫົວໜ້າຫ້ອງການກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ໂດຍມີທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສຸກກົງແສງ ໄຊຍະເລີດ ປະທານສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ ເຂົ້າຮ່ວມເປັນສັກຂີພິຍານ. ເຊິ່ງນັບແຕ່ວັນທີ 1 ມັງກອນ 2018 ເປັນຕົ້ນໄປຕຶກດັ່ງກ່າວຈະຢູ່ໃນການຄຸ້ມຄອງຂອງກະຊວງ ຖວທ, ເຊິ່ງຜ່ານມາສະຖາບັນວິທະຍາສາດສັງຄົມແຫ່ງຊາດໄດ້ນຳໃຊ້ຕຶກສະຖາບັນຄົ້ນຄວ້າວັດທະນະທຳມາເປັນເວລາ 11 ປີກວ່າ.