ສຸພາບບູລຸດ ມຊ ຍັງຄົງເປັນຜູ້ນຳ ສ່ວນຮອງແຊ໊ມເກົ່າຢູອັນດັບ 5 ໃນລາວພຣີເມຍລີກ 2017 ພາຍຫຼັງທີ່ຈົບການແຂ່ງຂັນ
ການແຂ່ງຂັນບານເຕະລາວພຣີເມຍລີກ 2017 ກໍໄດ້ຜ່ານ ການແຂ່ງຂັນອາທິດທີ 2 ຫຼື ຄົບ ນັດທີ 2 ຂອງທຸກທີມກັນໄປແລ້ວ ໂດຍຜູ້ນຳໃນຕາຕະລາງຄະແນນໃນຂະນະນີ້ແມ່ນຕົກເປັນຂອງ ມຊ ເອຟຊີ ທີ່ມີ 6 ຄະແນນ, ອັນ ດັບທີ 2 ແລະ ທີ 3 ແມ່ນ ສະຫວັນ ຢູໄນເຕັດ ແລະ ປກສ ເອຟຊີ ຕາມລຳດັບ.
+ ຜົນການແຂ່ງຂັນອາທິດ ທີ 2 ມີດັ່ງນີ້:
– ສະຫວັນ 1-1 ໄອດີຊີ ຈຳ ປາສັກ.
– ປກສ 0-2 ລາວໂຕໂຍ ຕ້າ.
– ທິມສະຫວັນ 0-2 ດີເຄ.
– ນະຄອນຫຼວງ 1-2 ມຊ.
ສົ່ງຜົນເຮັດໃຫ້ຕາຕະລາງ ຄະແນນມີດັ່ງນີ້:
– ອັນດັບທີ 1 ມຊ ມີ 6 ຄະ ແນນຈາກການລົງແຂ່່ງ 2 ນັດຊະ ນະ 2 ນັດລວດຍິງໄດ້ 4 ປະຕູ ເສຍ 1 ປະຕູ.
– ອັນດັບທີ 2 ສະຫວັນ ມີ 4 ຄະແນນຈາກການລົງແຂ່ງ 2 ນັດ ຊະນະ 1 ນັດ ເສຍ 1 ນັດຍິງໄດ້ 2 ປະຕູ ເສຍ 1 ປະຕູ.
– ອັນດັບທີ 3 ປກສ ມີ 3 ຄະແນນຈາກການລົງແຂ່ງ 2 ນັດ ຊະນະ 1 ນັດ ເສຍ 1 ນັດ ຍິງ ໄດ້ 7 ປະຕູ ເສຍ 3 ປະຕູ.
– ອັນດັບທີ 4 ດີເຄ ມີ 3 ຄະ ແນນຈາກການລົງແຂ່ງ 2 ນັດ ຊະ ນະ 1 ນັດເສຍ 1 ນັດ ຍິງໄດ້ 2ປະຕູ ເສຍ 1 ປະຕູ.
ສ່ວນ ລາວໂຕໂຍຕ້າ, ທິບ ສະຫວັນ, ໄອດີຊີ ຈຳປາສັກ ແລະ ນະຄອນຫຼວງ ແມ່ນໄດ້ອັນດັບ 5.6.7 ແລະ 8 ຕາມລຳດັບ.
ຂ່າວຈາກ:laosportnews.com.