ເຜີຍສະເປັກ Nokia 6 ຮຸ່ນ 2018 ມີ 2 ເວີຊັ່ນ
January 2, 2018 - 1:17 PM
HMD ກຽມເປີດຕົວ Nokia 6 ຮຸ່ນ 2018 ສໍາລັບຕະຫຼາດໂທລະສັບມືຖືລະດັບກາງ ຊຶ່ງປາກົດວ່າມີເຖິງ 2 ເວີຊັ່ນ.
ກ່ອນໜ້ານີ້ໄດ້ມີໂທລະສັບມືຖື Nokia 6 ຮຸ່ນ 2018 ເວີຊັ່ນທໍາອິດ ປາກົດໃນແວັບໄຊ TENAA (ໜ່ວຍງານທີ່ກໍາກັບເບິ່ງແຍງດ້ານໂທລະຄົມມະນາຄົມຂອງປະເທດຈີນ) ແລະ ຫລ້າສຸດໄດ້ມີ Nokia 6 ຮຸ່ນ 2018 ເວີຊັ່ນປາກົດເຊັ່ນກັນ.
ໃນສ່ວນສະເປັກນັ້ນມີຄວາມແຕກຕ່າງກັນດັ່ງນີ້:
-Nokia 6 ຮຸ່ນ 2018 (ເວີຊັ່ນ1)
- ໜ້າຈໍ 18:9
ຊິນ Qualcomm Snapdragon 630
- ແຣມ 4 GB
- ຄວາມຈຸ 32 GB
– Nokia 6 ຮຸ່ນ 2018 (ເວີຊັ່ນ2)
- ຈໍ 5.5 ນິ້ວ (1920 x 1080 ພິກເຊວ) ອັດຕາສ່ວນ 16:9
ຊິມເຊ໊ຕ Qualcomm ຄວາມໄວ 2.2 GHz (ອາດເປັນ Snapdragon 630 ຫຼື 660)
- ແຣມ 4 GB
- ຄວາມຈຸ 32 GB – 64 GB
- ລະບົບປະຕິບັດການ Android 7.1.1 Nougat
- ແບັດເຕີຣີ 3,000 mAh
ມີການຄາດການວ່າ HMD Global ຜູ້ຜະລິດ ແລະ ຈັດຈໍາໜ່າຍໂທລະສັບຍີ່ຫໍ້ Nokia ຈະເປີດຕົວ Nokia 6 ຮຸ່ນ 2018 ໃນຊ່ວງຕົ້ນປີນີ້.