ສານເຄມີໃນເຮືອນສ້າງພະຍາດມະເຮັງ
ສຳນັກງານສິ່ງແວດລ້ອມເອີຣົບປະກາດເຕືອນໃຫ້ລະວັງສານລົບກວນການເຮັດວຽກຂອງຕ່ອມບໍ່ມີທໍ່ (EDCs) ທີ່ພົບໄດ້ທົ່ວໄປໃນອາຫານ, ຜະລິດຕະພັນປະເພດຢາ ແລະ ເຄື່ອງສຳອາງ ສົ່ງຜົນໃຫ້ເກີດພະຍາດຮ້າຍນາໆຊະນິດ ເຊັ່ນ : ມະເຮັງ, ເບົາຫວານ, ພະຍາດຕຸ້ຍ ຫລືແມ່ນແຕ່ເຮັດໃຫ້ເປັນໝັນໃນເພດຊາຍໄດ້.
ສານພິດທີ່ພົບໃນຜະລິດຕະພັນບໍລິໂພກຕ່າງໆຍັງສົ່ງຜົນຕໍ່ຮໍໂມນເພດຍິງ ແລະ ເຮັດໃຫ້ເປັນມະເຮັງເຕົ້ານົມ, ອະສຸຈິບໍ່ແຂງແຮງ ທັງໃນເພດຊາຍ ແລະ ຍິງ, ພະຍາດຄໍໜຽງ ລວມທັງເຮັດໃຫ້ປາທີ່ໄດ້ຮັບສານເຄມີຊະນິດນີ້ໃນນຳ້ເນົ່າເສຍປ່ຽນເພດໄດ້. ນັກວິທະຍາສາດຫລາຍຄົນເຫັນດີກົງກັນວ່າ : ສາເຫດທີ່ມະນຸດມີອັດຕາເປັນພະຍາດເຫລົ່ານີ້ຫລາຍຂຶ້ນແມ່ນເກີດຈາກການໃຊ້ຜະລິດຕະພັນ ຫລື ບໍລິໂພກອາຫານທີ່ມີອີດີຊີປະສົມຢູ່ ເຊິ່ງສານເຄມີອີດີຊີ ຈະສົ່ງຜົນໃຫ້ມະນຸດ ແລະ ສັດປ່າເກີດຄວາມຜິດປົກກະຕິທາງຮ່າງກາຍ.
ວຽກງານວິໄຈມີຫລັກຖານທີ່ຈະຢັ້ງຢືນວ່າ : ການໄດ້ຮັບສານອີດີຊີເປັນປະຈຳ ແລະ ຕໍ່ເນື່ອງອາດເຮັດໃຫ້ເກີດຄວາມຜິດປົກກະຕິກ່ຽວກັບຕ່ອມໄທຣອຍ, ລະບົບພູມຕ້ານທານຮ່າງກາຍ, ລະບົບສືບພັນ ແລະ ລະບົບປະສາດໃນສັດ ເຊິ່ງກໍເກີດຂຶ້ນໄດ້ກັບຄົນ ທັງຄົນ ແລະ ສັດອາດໄດ້ຮັບສານອີດີຊີ ຈາກສິ່ງແວດລ້ອມ, ແຫລ່ງນຳ້ ຫລື ຜ່ານຕ່ອງໂສ້ອາຫານ ເຊິ່ງເປັນແຫລ່ງທີ່ມີສານເຄມີຊະນິດນີ້ປະສົມຢູ່. ການວິໄຈຫາຜົນກະທົບຂອງສານເຄມີອີດີຊີຕໍ່ມະນຸດຈະຍາກກວ່າສັດ ເນື່ອງຈາກບັນຫາຄ່າໃຊ້ຈ່າຍ ແລະ ຄວາມຍາກໃນການວິໄຈ. ດັ່ງນັ້ນ, ການສຶກສາວິໄຈສັດປ່າຈົນເຫັນຜົນອາດເປັນສັນຍານເຕືອນລ່ວງໜ້າໃຫ້ມະນຸດລະວັງໂຕຫລາຍຂຶ້ນໄດ້.