ປາກິດສະຖານຮຽກທູດອາເມລິກາເຂົ້າພົບ ເລື່ອງທ່ານ ທຣຳ ຂູ່ຕັດການຊ່ວຍເຫລືອ
ປາກິດສະຖານຮຽກເອກອັກຄະລັດຖະທູດອາເມລິກາເຂົ້າພົບ, ພາຍຫລັງປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ຂູ່ວ່າຈະຕັດການຊ່ວຍເຫລືອປາກິດສະຖານ ເພາະຂີ້ຕົວະເລື່ອງກຸ່ມຕິດອາວຸດ.
ໂຄສົກສະຖານທູດອາເມລິກາໃນນະຄອນຫລວງອິສລາມາບັດຢືນຢັນວ່າ: ເອກອັກຄະລັດຖະທູດ ເດວິດ ເຮລ ຖືກກະຊວງຕ່າງປະເທດປາກິດສະຖານ ຮຽກພົບໃນວັນທີ 1 ມັງກອນແທ້, ແຕ່ບໍ່ຮູ້ວ່າເປັນເລື່ອງໃດ. ປະທານາທິບໍດີ ທຣຳ ກ່າວວ່າ: ຕະຫລອດ 15 ປີຜ່ານມາ ອາເມລິກາໄດ້ໃຫ້ການຊ່ວຍເຫລືອປາກິດສະຖານຫລາຍກວ່າ 33.000 ລ້ານໂດລາສະຫະລັດ, ຂະນະທີ່ປາກິດສະຖານໃຫ້ແຕ່ຄຳຂີ້ຕົວະ ໂດຍຄິດວ່າຜູ້ນຳອາເມລິກາເປັນພວກໂງ່, ປາກິດສະຖານໃຫ້ບ່ອນລີ້ຊ້ອນແກ່ກຸ່ມກໍ່ການຮ້າຍທີ່ຖືກອາເມລິກາໄລ່ລ່າໃນອັບການິດສະຖານ ໂດຍບໍ່ຊ່ວຍຫຍັງເລີຍ. ສ່ວນລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີປ້ອງກັນປະເທດປາກິດສະຖານ ຕອບກັບທັນທີວ່າ: ປາກິດສະຖານທຸ້ມເທໃຫ້ອາເມລິກາຢ່າງຫລວງຫລາຍ, ຊ່ວຍກຳຈັດຜູ້ນຳອານໄກດາ ພັດໄດ້ຮັບແຕ່ຄຳດ່າ ແລະ ບໍ່ໄວ້ວາງໃຈ.
ການພົວພັນລະຫວ່າງປາກິດສະຖານກັບອາເມລິກາຫລຸດລົງໃນລັດຖະບານ ທຣຳ. ນັບແຕ່ທ່ານ ທຣຳ ຖະແຫລງຕໍ່ສະພາ ໃນເດືອນສິງຫາປີກ່ອນວ່າ: ລັດຖະບານກຳລັງຕີລາຄາການພົວພັນກັບປາກິດສະຖານທີ່ໃຫ້ບ່ອນລີ້ຊ້ອນແກ່ກຸ່ມສ້າງຄວາມປັ່ນປ່ວນ ແລະ ຈະພິຈາລະນາວ່າ: ຈະຢຸດຈັດສັນການຊ່ວຍເຫລືອ 255 ລ້ານໂດລາສະຫະລັດ ທີ່ຈັດສັນໃຫ້ປາກິດສະຖານ ຫລື ບໍ່ ເພາະປາກິດສະຖານບໍ່ສາມາດຈັດການກຸ່ມກໍ່ການຮ້າຍໃນປະເທດໄດ້. ຂະນະທີ່ປາກິດສະຖານຢືນຢັນວ່າ: ໄດ້ກຳຈັດແຫລ່ງລີ້ຊ້ອນຂອງກຸ່ມຕິດອາວຸດໝົດແລ້ວ ນັບແຕ່ກອງທັບປະຕິບັດການກວາດລ້າງໃນພື້ນທີ່ທາງຕາເວັນຕົກສຽງເໜືອຂອງປະເທດທີ່ຕິດກັບອັບການິດສະຖານໃນປີ 2014.