ບັນຫາສໍ້ລາດບັງຫລວງຍັງເປັນໄພອັນຕະລາຍກົດໜ່ວງການພັດທະນາຫລາຍປະເທດໃນໂລກ
ອົງການເພື່ອຄວາມໂປ່ງໃສ (ທີໄອ) ໄດ້ເປີດເຜີຍລາຍງານດັດສະນີພາບລັກສໍ້ລາດບັງຫລວງທົ່ວໂລກປະຈຳປີ 2017 ຈາກການສຳຫລວດຂອງ 76 ປະເທດພົບວ່າປະເທດທີ່ມີຄວາມໂປ່ງໃສທີ່ສຸດຄື: ປະເທດນູແວນເຊລັງ ແລະ ດານມາກ ທີ່ໄດ້ຄະແນນຄວາມໂປ່ງໃສເຖິງ 90 ຄະແນນຈາກຄະແນນເຕັມ 100 ຄະແນນ, ສຳລັບ ສປປ ລາວ ມີອັນດັບທີ່ດີຂຶ້ນໃນເລື່ອງດັດສະນີຄວາມໂປ່ງໃສຈາກ 136 ໃນປີ 2016 ມາຢູ່ອັນດັບ 134 ເຊິ່ງເຫັນວ່າ: ການແກ້ໄຂບັນຫາສໍ້ລາດບັງຫລວງ ຫລື ເອີ້ນວ່າ: ຄໍລັບຊັນ ພາຍໃນປະເທດມີຄວາມເຂັ້ມງວດຫລາຍຂຶ້ນ.
ການສໍ້ລາດບັງຫລວ, ເປັນອຸປະສັກກົດໜ່ວງການພັດທະນາ, ເປັນຊ່ອງຫວ່າງໃຫ້ຄົນບໍ່ດີເຄື່ອນໄຫວສ້າງຄວງາມບໍ່ສະຫງົບ, ຍ້ອນແນວນັ້ນການສະກັດກັ້ນ ແລະ ຕ້ານສໍ້ລາດບັງຫລວງແມ່ນຄວາມຈຳເປັນພາວະວິໃສ, ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນຕ້ອງເປັນເຈົ້າການຈັດຕັ້ງນຳພາແກ້ໄຂຢ່າງຕັ້ງໜ້າໃນແຕ່ລະຂົງເຂດ, ຂະແຫນງການ ແລະ ທ້ອງຖິ່ນ, ຜ່ານມາ ອົງການຈັດຕັ້ງພັກ-ລັດ, ອົງການກວດກາລັດຖະບານ, ສື່ມວນຊົນ, ປະຊາຊົນລວມທັງພາກສ່ວນກ່ຽວຂ້ອງຕ່າງໆໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການດຳເນີນການຕິດຕາມ, ກວດສອບ, ກວດກາບັນຫາຕ່າງໆໃນສັງຄົມ, ເຊິ່ງພົບເຫັນການກະທຳຜິດໃນຫລາຍພາກສ່ວນ ແລະ ໄດ້ດຳເນີນການຕາມຂະບວນການຍຸຕິທຳ ແລະ ເປັນການອັດຊ່ອງຫວ່າງຂອງການຮົ່ວໄຫລໄດ້ຈຳນວນໜຶ່ງ, ໂດຍສະເພາະຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2015-2016, ອົງການກວດສອບແຫ່ງລັດສາມາດກວດສອບເຫັນເພີ່ມລາຍຮັບສ່ວຍສາອາກອນ, ລາຍຮັບຊັບສິນຂອງລັດ, ເງີນກອງທຶນລັດ ແລະ ອື່ນໆ, ເຊິ່ງໄດ້ມອບເຂົ້າງົບປະມານຂອງລັດເປັນຈຳນວນຫລາຍສົມຄວນ, ກວດສອບເຫັນໜີ້ຕ້ອງຮັບທີ່ສະສົມຢູ່ຫລາຍກົມກອງຂອງຂະແຫນງການເງິນ, ເຊິ່ງຕ້ອງໄດ້ເລັ່ງທວງເຂົ້າງົບປະມານເປັນຈຳນວນຫລວງຫລາຍ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ.
ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະກວດກາກະຊວງ ປກສ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານນັກຮົບກຳລັງ ປສກ ສາມາດພົບເຫັນການລະເມີດກົດໝາຍ, ສໍ້ລາດບັງຫລວງ ແລະ ອື່ນໆ ຈຳນວນ 1.343 ຄົນ, ສ້າງຜົນເສຍຫາຍເປັນເງິນສົດຫລາຍກວ່າ 6 ຕື້ກີບ, 191 ພັນໂດລາສະຫະລັດ, 147 ລ້ານກວ່າບາດ ແລະ ຊັບສິນອື່ນໆ, ໂດຍບັນຫາທີ່ກວດພົບສ່ວນຫລາຍແມ່ນການສວຍໃຊ້ໜ້າທີ່ຫາຜົນປະໂຫຍດສ່ວນຕົວ ເຊັ່ນ: ຍັກຢອກຢາເສບຕິດຂອງກາງຄະດີ ແລະ ຮັບສິນບົນຈາກຜູ້ຄ້າຂາຍຢາເສບຕິດດັ່ງກໍລະນີເຈົ້າໜ້າທີ່ ປກສ ແຂວງຫົວພັນ ຈຳນວນໜຶ່ງຮັບສິນບົນເປັນເງິນສົດ 120 ພັນໂດລາສະຫະລັດຈາກຂະບວນຄ້າເຮໂຣອິນຈຳນວນ 93 ແທ່ງ, ກໍລະນີເຈົ້າໜ້າທີ່ ປກສ ແຂວງຫລວງນ້ຳທາຈຳນວນໜຶ່ງຮັບສິນບົນຈາກນັກໂທດປະຫານຊີວິດໃນຄະດີຢາເສບຕິດຈຳນວນ 14 ລ້ານບາດ, ເພື່ອແລກກັບການປ່ອຍຕົວນັກໂທດ ແລະ ອີກຫລາຍໆກໍລະນີ, ຈາກການປະພຶດດັ່ງກ່າວຈຶ່ງໄດ້ມີການປະຕິບັດຕາມວິໄນຄື: ກ່າວເຕືອນຈຳນວນ 144 ຄົນ, ໂຈະການຍ້ອງຍໍ-ເລື່ອນຊັ້ນ 341 ຄົນ, ປົດຕຳແຫນ່ງ 101 ຄົນ, ຍົກຍ້າຍໜ້າທີ່ 20 ຄົນ, ໄລ່ອອກຈາກກຳລັງ 737 ຄົນ ແລະ ສົ່ງໃຫ້ອົງການສືບສວນ-ສອບສວນດຳເນີນຄະດີຕາມລະບຽບກົດໝາຍ 17 ຄົນ.