ເນຍມາ ໄດ້ຮັບລາງວັນສຸດຍອດ ນັກເຕະບຣາຊິນດີເດັ່ນໃນເອີຣົບ
January 3, 2018 - 6:00 PM
ເນຍມາ ໄດ້ລາງວັນນັກເຕະບຣາຊິນທີ່ສ້າງຜົນງານໄດ້ດີທີ່ສຸດກັບການຫລິ້ນໃນເອີຣົບ ປະຈຳປີ 2017 ເຊິ່ງຖືເປັນສະໄໝທີ 3 ຂອງລາວແລ້ວ.
ລາງວັນດັ່ງກ່າວຈະຕັດສິນຈາກການໂຫວດຂອງແຟນບານ, ນັກຂ່າວ ແລະ ອະດີດນັກເຕະ ເຊິ່ງນີ້ຖືເປັນຄັ້ງທີ 2 ທີ່ ເນຍມາ ໄດ້ລາງວັນອັນຊົງກຽດໄປຄອງ, ຫລັງທີ່ລາວເຄີຍໄດ້ລາງວັນນີ້ໄປແລ້ວໃນປີ 2014 ກັບ 2015 ສົ່ງຜົນໃຫ້ນັກເຕະອາຍຸ 25 ປີ ໄດ້ລາງວັນນີ້ເທົ່າກັບ ຕິອາໂກ້ ຊິລວາ ກອງຫລັງ ເປແອສເຊ ແລ້ວ.
ສຳລັບອັນດັບສອງໃນປີນີ້ນັ້ນ ຕົກເປັນຂອງ ຟິລິບເປ້ ຄູຕິນໂຢ ກອງກາງຄົນເກັ່ງຂອງ ລີເວີພູລ, ສ່ວນ ມາເຊໂລ ຟູລແບັກ ຣີລ ມາດຣິດ ຕາມມາເປັນອັນດັບ 3 ໂດຍຈະມີການຈັດພິທີມອບລາງວັນຢ່າງເປັນທາງການໃຫ້ ເນຍມາ ຢູ່ນະຄອນຫລວງປາຣີ ປະເທດຝຣັ່ງ ໃນໄລຍະເດືອນກຸມພານີ້.